ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ທ່ານ ho Do Chang, ເຈົ້າເມືອງ ຢ່ອງຢາງ, ສ.ເກົາຫຼີ, ພ້ອມຄະນະ ໃນວັນທີ ມັງກອນ 2025 ທີ່ກະຊວງ ຮສສ ໃນໂອ ກາດມາເຄື່ອນໄຫວຢຽ້ມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ຕໍ່ມາໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການ ລະຫວ່າງ ກົມການຈັດຫາງານ ແລະ ເມືອງຢ່ອງຢາງ.
ຮ່ວມລົງນາມໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ, ຫົວ ໜ້າກົມການຈັດຫາງານ ແລະ ທ່ານ ho Do Chang.
ໃນພິທີດັ່ງກ່າວ, ຫົວໜ້າກົມການຈັດຫາງານ ໄດ້ລາຍງານ ກ່ຽວກັບການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ ຢູ່ບັນດາເມືອງຂອງ ສ.ເກົາຫລີ ລວມທັງເມືອງຢ່ອງຢ່າງ ໃນປີນີ້ ແມ່ນຕ້ອງການແຮງງານລາວ ຈຳນວນ 70 ຄົນ ເພື່ອບັນຈຸເຂົ້າໃນຟາມຕ່າງໆ.
ການຮວ່ມມືຄັ້ງນີ້ຖືເປັນບາດກ້າວສໍາຄັນ ແລະ ສ້າງຜົນປະ ໂຫຍດໃຫ້ແກ່ສອງຝ່າຍ. ສໍາລັບ ແຮງງານຂອງ ສປປ ລາວ ຈະໄດ້ ຮັບການພັດທະນາສີມືແຮງງານ ແລະ ມີລາຍຮັບໃຫ້ຕົນເອງ ແລະ ຄອບຄົວ, ສ່ວນເຈົ້າຂອງບັນດາຟາມພາຍໃນ ເມືອງຢ່ອງຢາງ ຈະມີແຮງງານເຂົ້າຮັບໃຊ້ການຜະລິດກະສິກໍາໃຫ້ຫຼາຍຂຶ້ນ.
ຂໍ້ມູນ: ຂ່າວສານຮສສ





