ໂຮງໝໍມິດຕະພາບ ແລະ ສູນມະເຮັງ ມີໂຄງການຈາກຕ່າງປະເທດ ເຊິ່ງເປັນການຮ່ວມມືກັນລະຫວ່າງອົງການ Worlwide healing hand ອາເມລິກາ ກັບ ໂຮງ ໝໍມິດຕະພາບ ແລະ ສູນມະເຮັງແຫ່ງຊາດ. ທາງໂຮງໝໍມິດຕະພາບ ຈະໃຫ້ບໍລິການ ກວດມະເຮັງປາກໝົດລູກ ຟຣີ ສຳລັບຜູ້ທີ່ມີອາຍຸລະຫວ່າງ 25-65 ປີ ເລີ່ມແຕ່ວັນທີ 3-7 ກຸມພາ 2025 ເວລາ 8:00-16:00 ຕາມໂມງລັດຖະການ ສະຖານທີ່ ໂຮງໝໍມິດຕະພາບ ຫ້ອງປະຊຸມຫລັງຄາແດງ, ສາມາດລົງທະບຽນໄດ້ນັບແຕ່ມື້ແຈ້ງການເປັນຕົ້ນໄປ ຈົນເຖິງມື້ເປີດໃຫ້ບໍລິການກວດ.
ໝາຍເຫດ: ສໍາລັບການເກັບຕົວຢ່າງແມ່ນ ຜູ້ມາກວດ ຫລື ຄົນເຈັບສາມາດເກັບດ້ວຍຕົນເອງ ໂດຍຜ່ານການໃຫ້ຄໍາປຶກສາ ຫລື ແນະນໍາຈາກທີມງານແພດ ເບີໂທຕິດຕໍ່ ສອບຖາມຂໍ້ມູນ: 020 28268549, 020 55433389



