ໃນລະຫວ່າງວັນທີ 23-24 ມັງກອນ 2025 ທີ່ໂຮງແຮມເອັສບູຕິກ,ເມືອງວັງວຽງແຂວງວຽງຈັນ ໄດ້ມີກອງປະຊຸມທາບທາມຮ່າງກົດຫມາຍວ່າດ້ວຍການປູກຝັງ ປະຈໍາພາກກາງຂຶ້ນ ໂດຍການເປັນປະທານຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມມີ ທ່ານ ນາງ ມາຕິນ ເທີເຣີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປລາວ; ປະທານ, ຮອງປະທານສະມາຊິກສະພາ ປະຈຳເຂດເລືອກຕັ້ງ ຈາກ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ; ຮອງຫົວຫນ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ຈາກສູນກາງ;
ຫົວໜ້າຮອງຫົວໜ້າ ພະແນກ ກະສິກຳ ແລະ ປ່າໄມ້ ແລະ ບັນດາທ່ານຜູ້ຕາງໜ້າພະແນກການ ຈາກ 4 ແຂວງ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມ ທັງໝົດ 91 ທ່ານ ຍິງ 22ທ່ານ.
ໃນກອງປະຊຸມ ທ່ານ ບຸນຈັນ ກົມບຸນຍະສິດ ຫົວຫນ້າກົມປູກຝັງ ກະຊວງກະສິກໍາແລະປ່າໄມ້ໄດ້ລາຍງານໃຫ້ຮູ້ ກ່ຽວກັບຄວາມເປັນມາຄວາມຈໍາເປັນ ແລະ ເຫດຜົນໃນການຮ່າງກົດຫມາຍປູກຝັງໃຫ້ຮູ້ວ່າ: ໃນໄລຍະຜ່ານມາພວກເຮົາມີກົດໝາຍວ່າດ້ວຍກະສິກຳ ເປັນກົດໝາຍ ສະບັບທຳອິດ ທີ່ຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ນຳໃຊ້ມາແຕ່ປີ 1998 ຊຶ່ງມາຮອດປະຈຸບັນ ແມ່ນຜ່ານມາແລ້ວ 26 ປີ, ໃນການຈັດຕັ້ງປະຕິບັດຜ່ານມາ ເຫັນວ່າກົດໝາຍດັ່ງກ່າວ ໄດ້ເປັນເຄື່ອງມືມະຫາພາກທີ່ສຳຄັນ ໃນການຄຸ້ມຄອງວຽກງານຕ່າງໆຕາມພາລະບົດບາດ ເປັນຕົ້ນ ວຽກງານການປູກຝັງ, ການລ້ຽງສັດ, ຊົນລະປະທານ, ປັດໄຈການຜະລິດ, ເຄື່ອງມື-ກົນຈັກ, ການປຸງແຕ່ງກະສິກຳ ລວມທັງການປົກປັກຮັກສາສິ່ງແວດລ້ອມ.
ພ້ອມດຽວກັນນັ້ນ, ກົດໝາຍກະສິກຳ ຍັງເປັນພື້ນຖານທາງດ້ານນິຕິກຳ ໃນການຜັນຂະຫຍາຍເປັນກົດໝາຍສະເພາະ ຊຶ່ງໄລຍະຜ່ານມາກະຊວງກະສິກໍາແລະປ່າໄມ້ ກໍ່ໄດ້ຜັນຂະຫຍາຍມາເປັນກົດໝາຍສະເພາະຫຼາຍສະບັບ ເປັນຕົ້ນ ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ກັກກັນພືດ, ກົດໝາຍລ້ຽງສັດ ແລະ ສັດຕະວະແພດກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ ແລະ ຍັງມີນິຕິກຳລຸ່ມກົດໝາຍອີກຫຼາຍສະບັບ. ນອກນີ້, ຍັງເປັນພື້ນຖານໃນການສ້າງ ຍຸດທະສາດ ການພັດທະນາກະສິກຳ ເຖິງປີ 2025 ແລະ ວິໃສທັດເຖິງປີ 2030 ທີ່ເປັນເຄື່ອງມືທີ່ສໍາຄັນ ໃນການຄຸ້ມຄອງ ແລະ ພັດທະນາ ຂະແໜງການກະສິກໍາ ແລະ ປ່າໄມ້ ໃຫ້ສາມາດຮັບປະກັນໃນການຜະລິດສະບຽງອາຫານຮັບໃຊ້ສັງຄົມ, ຜະລິດວັດຖຸດິບປ້ອນໂຮງງານປຸງແຕ່ງ ລວມທັງຜະລິດເປັນສິນຄ້າ ຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ. ເນື່ອງຈາກ ກົດໝາຍກະສິກຳ ໄດ້ນຳໃຊ້ເປັນເວລາດົນນານແລ້ວ, ໂຄງປະກອບ ແລະ ເນື້ອໃນ ກໍ່ບໍ່ສອດຄ່ອງກັບ ການສ້າງນິຕິກຳໃນປະຈຸບັນ ແລະ ໄດ້ມີການຜັນຂະຫຍາຍອອກມາເປັນຫຼາຍກົດໝາຍຍ່ອຍ ເພື່ອຄຸ້ມຄອງວຽກງານສະເພາະດ້ານແລ້ວ. ສະນັ້ນ, ຈຶ່ງຈຳເປັນຕ້ອງໄດ້ ປັບປຸງກົດໝາຍກະສິກຳສະບັບນີ້ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນປະຈຸບັນ ໂດຍມີເປົ້າໝາຍແມ່ນ ເພື່ອກໍານົດຄືນ ກ່ຽວກັບ ໂຄງປະກອບ-ເນື້ອໃນ ຂອງຮ່າງກົດໝາຍ ລວມທັງ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ພັດທະນາ ວຽກງານປູກຝັງ ໃຫ້ເປັນລະບົບຄົບຊຸດ ຮັບປະກັນການປູກຝັງ ໃຫ້ມີຄວາມຍືນຍົງ, ຮັບປະກັນສະບຽງອາຫານໃຫ້ພຽງພໍ, ສະອາດ, ປອດໄພຕໍ່ສຸຂະພາບຂອງຜູ້ບໍລິໂພກ ແລະ ຜູ້ຜະລິດ ແນໃສ່ ສ້າງເງື່ອນໄຂໃຫ້ແກ່ ການຜະລິດເປັນສິນຄ້າ, ການຫັນເປັນອຸດສາຫະກໍາປຸງແຕ່ງກະສິກໍາ ທີ່ທັນສະໄໝ ຕາມທິດສະອາດ, ສີຂຽວ ແລະ ຍືນຍົງ, ປະກອບສ່ວນ ພັດທະນາປະເທດຊາດ ໃຫ້ຮັ່ງມີ ແລະ ລຶບລ້າງຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ,ໂດຍຮ່າງກົດຫມາຍ ປູກຝັງທີ່ໄດ້ຮັບການທາບທາມໃນກອງປະຊຸມຄັ້ງນີ້ແມ່ນມີ ທັງຫມົດ 10 ພາກ, 9 ຫມວດ, 104 ມາດຕາ.
ໃນກອງປະຊຸມຄັ້ງນີ້ແມ່ນໄດ້ເປີດກວ້າງໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນແລກປ່ຽນ ແລະ ປະກອບຄໍາຄິດຄໍາເຫັນທັງຂໍ້ສະເຫນີຕ່າງໆ ເພື່ອຮ່ວມກັນຊ່ວຍໃຫ້ຮ່າງກົດຫມາຍດັ່ງກ່າວນີ້ ມີຄວາມແທດເຫມາະມີຄວາມສອດຄ່ອງແລະເນື້ອໃນສົມບູນຂຶ້ນຕື່ມ.
ທີ່ມາ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ





