ກອງປະຊຸມ ວຽກງານໂຄສະນາອົບຮົມ ທົ່ວປະເທດ ປະຈຳປີ 2024 ອົງລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 24 ມັງ ກອນ 2025 ໂດຍກາຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.
ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ “ເສີມຂະຫຍາຍຈິດໃຈເອກະລາດ ເປັນເຈົ້າຕົນເອງ ວຽກງານໂຄສະນາອົບຮົມ ໃນໄລຍະໃໝ່” ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ສະຫລຸບຕີລາຄາສະພາບການເຄື່ອນໄຫວວຽກ ງານໂຄສະນາອົບຮົມ ໃນປີ 2024 ຜ່ານມາ, ພ້ອມທັງຄົ້ນຄວ້າວິທີແກ້ໄຂ ເພື່ອກຳນົດທິດທາງໜ້າທີ່ຈຸດສຸມວຽກງານໂຄສະນາອົບ ຮົມໃນປີ 2025 ໃຫ້ມີເນື້ອໃນເລິກເຊິ່ງ, ແທດຕົວຈິງ ແລະ ສາ ມາດຈັດຕັ້ງປະຕິບັດໄດ້, ພ້ອມທັງ ໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາກະຊວງ, ອົງການ ແລະ ຄະ ນະໂຄສະນາອົບຮົມແຂວງ ໃນຫົວຂໍ້ຕ່າງໆ ແລະ ພ້ອມກັນປະກອບຄໍາເຫັນຕໍ່ບົດສະຫລຸບຕີລາຄາການຈັດຕັ້ງປະຕິ ບັດວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ເພື່ອຄົ້ນຄວ້າຊອກຫາວິທີການ ໃນການເຄື່ອນືໄຫວວຽກງານໂຄສະ ນາອົບຮົມໃນຕໍ່ໜ້າ. ພ້ອມນີ້, ກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າຕີລາຄາ ບັນດາປັດໄຈຕັ້ງໜ້າ ແລະ ຫຍໍ້ ທໍ້ທີ່ສົ່ງຜົນກະທົບຕໍ່ແນວຄິດ ແລະ ການເຄື່ອນໄຫວວຽກງານໂຄສະນາອົບຮົມ, ບັນຫາທີ່ພົ້ນເດັ່ນທາງດ້ານແນວຄິດ ເພື່ອຍົກໃຫ້ເຫັນດ້ານດີ ທີ່ຕ້ອງໄດ້ເສີມຂະຫຍາຍ ແລະ ຊອກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ຢ່າງຈະແຈ້ງ ແລະ ພ້ອມກັນປຶກສາຫາລື ວິທີການປັບປຸງແກ້ໄຂ ແລະ ວາງທິດທາງ, ໜ້າທີ່ຈຸດສຸມ ວຽກງານໂຄສະນາອົບຮົມ ໃນປີ 2025 ໃຫ້ມີເນື້ອໃນເລິກເຊິ່ງ, ແທດຕົວຈິງ ແລະ ສາມາດປະຕິບັດໄດ້ ເພື່ອ ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ບັນລຸຕາມລະດັບຄາດ ໝາຍ ທີ່ພັກເຮົາວາງໄວ້ ໂດຍສະເພາະແມ່ນ ເຮັດໃຫ້ການກໍ່ສ້າງພັກ, ພະນັກງານມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ແຕ່ລະຂັ້ນຂອງພັກ.
ໃນກອງປະຊຸມຄັ້ງນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອລົມ ໂດຍທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ຄະ ນະໂຄສະນາອົບຮົມສູນກາງພັກ ຍາດມາໄດ້ ໃນໄລຍະຜ່ານມາ ເຊິ່ງເຮັດໃຫ້ວຽກງານດ້ານຕ່າງໆ ມີການຫັນປ່ຽນຢ່າງແຂງແຮງ ທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ເຊິ່ງວຽກງານໂຄສະນາອົບຮົມ ແມ່ນວຽກກົກ, ແມ່ນວຽກແຖວໜ້າ, ແມ່ນວຽກຕົ້ນຕໍ ແລະ ສອດ ຫ້ອຍໄປໃນທຸກຂົງເຂດວຽກງານຂອງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ. ການໂຄສະນາອົບຮົມ ມີບົດບາດສໍາຄັນເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມຮັບຮູ້, ເຂົ້າໃຈ, ຕື່ນຕົວ ແລະ ເປັນເຈົ້າການປະຕິບັດຕາມແນວທາງຂອງພັກ, ນະໂຍບາຍຂອງລັດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ພ້ອມນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໂຄສະນາອົບຮົມສູນ ກາງພັກ ເອົາໃຈໃສ່ເພີ່ມທະວີ ສ້າງການຫັນປ່ຽນວຽກງານໂຄສະ ນາອົບຮົມ ໄປສູ່ຄຸນນະພາບໃໝ່ ແລະ ຕ້ອງສອດຄ່ອງກັບແນວ ທາງຂອງພັກ, ຕ້ອງຢູ່ບົນພື້ນຖານແນວທາງນະໂຍບາຍຂອງພັກ ໃນແຕ່ລະໄລຍະ ແລະ ມີຄວາມຈໍາເປັນຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ນັບແຕ່ດ້ານແນວຄິດ-ຈິນຕະ ນາການ ແບບແຜນການນໍາພາ, ວິທີເຮັດວຽກຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານ ບົນພື້ນຖານຢຶດໝັ້ນຕາມຫລັກການ ຂອງພັກຢ່າງເຂັ້ມງວດ ແລະ ອື່ນໆ.






