ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2024 ມີຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຈາກການຄ້າມະນຸດ ເຂົ້າບໍາບັດຟື້ນຟູ 127 ຄົນ

Jan 25, 2025

ປີ 2024 ມີຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຈາກການຄ້າມະນຸດ ເຂົ້າບໍາບັດຟື້ນຟູ 127 ຄົນ
ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ຕຳຫຼວດ ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈໍາການ) ໃຫ້ຮູ້ໃນໂອກາດລາຍງານຕໍ່ສະຫຼຸບວຽກງານຕ້ານການຄ້າມະນຸດລະດັບຊາດ ປະຈຳປີ 2024 ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 24 ມັງກອນ 2025 ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ພາກສ່ວນທີ່ກ່ຽວຂ້ອງໄດ້ສຸ່ມໃສ່ດໍາເນີນຄະດີຄ້າງມາແຕ່ປີ 2023 ມີ 13 ເລື່ອງ, ມີຜູ້ຖືກຫາ 27 ຄົນ ຍິງ 14 ຄົນ, ຜູ້ຖືກຫາຕ່າງປະເທດ 13 ຄົນ ຍິງ 4 ຄົນ, ມີຜູ້ຖືກເຄາະຮ້າຍ 22 ຄົນເປັນຍິງທັງໝົດ, ອາຍຸຕໍ່າກວ່າ 18 ປີ 16 ຄົນເປັນຍິງໝົດ.
ສ່ວນຄະດີເຂົ້າໃໝ່ໃນປີ 2024 ມີ 46 ເລື່ອງ ຜູ້ຖືກຫາ 95 ຄົນ ຍິງ 39 ຄົນ, ຜູ້ຖືກຫາຕ່າງປະເທດ 43 ຄົນ ຍິງ 2 ຄົນ, ຜູ້ຖືກເຄາະຮ້າຍ 85 ຄົນ ຍິງ 77 ຄົນ, ຕໍ່າກວ່າ 18 ປີ 43 ຄົນ ຍິງ 40 ຄົນ; ພ້ອມນັ້ນ, ຍັງໄດ້ໃຫ້ການຊ່ວຍເຫຼືອກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍ ເປັນຕົ້ນແມ່ນ ສະຖານທີ່ພັກເຊົາຊົ່ວຄາວ, ອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ອັນຈໍາເປັນ, ການປິ່ນປົວດ້ານຮ່າງກາຍ, ບໍາບັດຟື້ນຟູທາງດ້ານຈິດໃຈ.
ທ່ານໃຫ້ຮູ້ຕື່ມວ່າ: ໃນປີ 2024, ມີຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຈາກການຄ້າມະນຸດ ທີ່ໄດ້ເຂົ້າມາບໍາບັດຟື້ນຟູຢູ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຈໍານວນ 127 ຄົນ ຍິງ 116 ຄົນ, ຜູ້ຖືກເຄາະຮ້າຍທີ່ເປັນຄົນຕ່າງປະເທດ 2 ຄົນ, ໄດ້ນຳສົ່ງຜູ້ຖືກເຄາະຮ້າຍກັບຄືນປະເທດ ແລະ ສູ່ຄອບຄົວ 104 ຄົນ ຍິງ 96 ຄົນ, ໄດ້ໃຫ້ການຊ່ວຍເຫຼືອຜູ້ທີ່ມີຄວາມສ່ຽງຈາກການຄ້າມະນຸດ ຈຳນວນ 962 ຄົນ ຍິງ 133 ຄົນ, ໃຫ້ຄໍາປຶກສາເຊິ່ງໜ້າ ແລະ ໃຫ້ຄໍາປຶກສາທາງໂທລະສັບສາຍດ່ວນ ໄດ້ທັງໝົດຈໍານວນ 54 ຄັ້ງ.