ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດຮັບຮອງຈຸດສຸມບ້ານໃຫຍ່ສິນໄຊ ເມືອງຂວາ ເປັນຕົວເມືອງນ້ອຍໃນຊົນນະບົດ

Jan 25, 2025

ປະກາດຮັບຮອງຈຸດສຸມບ້ານໃຫຍ່ສິນໄຊ ເມືອງຂວາ ເປັນຕົວເມືອງນ້ອຍໃນຊົນນະບົດ
ວັນທີ 23 ມັງກອນ 2025 ຢູ່ທີ່ບ້ານ ສິນໄຊ (ປາກນໍ້ານ້ອຍ ) ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດຮັບຮອງຈຸດສຸມບ້ານໃຫຍ່ສິນໄຊ ເປັນຕົວເມືອງນ້ອຍໃນຊົນນະບົດ ເຊິ່ງເປັນຈຸດສຸມທຳອິດຂອງເມືອງ ແລະ ເປັນຈຸດສຸມທີ 2 ຂອງແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງທ່ານ ອຸ່ຄຳ ຕຸລາພັນ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ, ສະມາຊີກສະພາແຫ່ງຊາດປະຈຳເຂດເລືອກຕັ້ງແຂວງຜົ້ງສາລີ.
ທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງໆຂວາ ໄດ້ຂຶ້ນຜ່ານບົດລາຍງານ ການສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ເຊິ່ງຈຸດສຸມບ້ານສິນໄຊ ຫ່າງຈາກເທດສະບານເມືອງຂວາ ປະມານ 36 ກິໂລແມັດ, ຈຸດສຸມບ້ານສິນໄຊແມ່ນນອນຢູ່ໃນ 20 ຈຸດສຸມຂອງລັດຖະບານ. ນອນຢູ່ໃນ 15 ຈຸດສຸມຂອງແຂວງ ແລະ ນອນຢູ່ໃນ 9 ກຸ່ມບ້ານຂອງເມືອງຂວາ ປະກອບດ້ວຍ 9 ບ້ານ, ມີ 777 ຄົວເຮືອນ, ມີ 962 ຄອບ ຄົວ, ມີປະຊາກອນທັງໝົດ 4.683 ຄົນ, ຍິງ 2.198 ຄົນ,ປະກອບດ້ວຍ 8 ເຜົ່າຄື: ເຜົ່າກຶມມຸ, ເຜົ່າອາຄາ, ເຜົ່າລາວ, ເຜົ່າຢັ້ງ, ເຜົ່າໄຕດຳ, ເຜົ່າພູນ້ອຍ, ເຜົ່າລື້ ແລະ ເຜົ່າຫໍ້.
ມາຮອດປັດຈຸບັນອີງຕາມດໍາລັດ 348/ນຍ ສາມາດລຶບລ້າງບ້ານທຸກຍາກໄດ້ 02 ບ້ານ, ກວມ 22,2 % ໃນຈໍານວນ 9 ບ້ານທັງໝົດ, ມີຄອບຄົວພົ້ນທຸກ 312 ຄອບ ຄົວ, ກວມ 21,9 % ຂອງຈໍານວນຄອບຄົວທັງໝົດ, ມີປະຊາກອນພົ້ນທຸກ 1.161 ຄົນກວມ 67,8 %.
ກ່ຽວກັບການຈັດຕັ້ງປະຕິບັດຈຸດສຸມບ້ານໃຫ່ຍເປັນຕົວເມືອງໃນຊົນນະບົດຄະນະຜິດຊອບ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງໄດ້ປະເມີນຕາມເງື່ອນໄຂ 16 ມາດຕະຖານສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດທີ່ໄດ້ກໍານົດໃນມາດຕາ 9 ຂອງດໍາລັດ348/ລບ ແລະ ບົດແນະນໍາສະບັບເລກທີ 0830/ກປ, ຜົນການປະເມີນໃນປີ 2024 ສາມາດບັນລຸຄົບ 16 ມາດຖານ, ເຊີ່ງສະແດງອອກຄື: ເປັນບ້ານພັດທະ ນາຢູ່ຊົນນະບົດ, ເປັນບ້ານທີ່ມີຫົວໜ່ວຍຜະລິດ ແລະ ປຸງແຕ່ງເປັນສີນຄ້າ, ບ້ານເປັນໃຈກາງທາງດ້ານເສດຖະກິດໃຫ້ແກ່ບັນດາບ້ານອ້ອມຂ້າງ, ມີເສັ້ນທາງຄົມມະນາ ຄົມສະດວກດີ, ມີພື້ນຖານການຜະລິດ ແລະ ປຸງແຕ່ງເປັນສິນຄ້າທີ່ໝັ້ນຄົງ, ມີຕະ ຫຼາດຖາວອນທີ່ມີການຊື້-ຂາຍເປັນປະຈຳ, ມີສູນບໍລິການໄປສະນີ ຫຼື ໂທລະຄົມມະນາ ຄົມ, ມີສະຖານີບໍລິການເຕັກນິກກະສິກຳ ແລະ ປ່າໄມ້, ມີໜ່ວຍບໍລິການ ທະນາຄານ ຫຼື ໜ່ວຍບໍລິການ ການເງິນຈຸລະພາກ ໃດໜຶ່ງ, ມີສຸກສາລາ ຫຼື ໂຮງໝໍນ້ອຍ, ມີລະ ບົບນ້ຳປະປາຊຸມຊົນ, ມີຕະຂ່າຍໄຟຟ້າໃນລະບົບ, ມີໂຮງຮຽນປະຖົມສົມບູນ ແລະ ມັດ ທະຍົມຕົ້ນ ຫຼື ມັດທະຍົມປາຍ, ມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ ແລະ ຢືນຍົງ, ມີລາຍໄດ້ສະເລ່ຍ 5,6 ລ້ານກີບ ຫຼື 700 ໂດລາ ຕໍ່ຄົນ ຕໍ່ປີ ຂຶ້ນໄປ, ເປັນບ້ານທີມີພົນລະເມືອງໃນຈໍານວນທີ່ແນ່ນອນ.
ພາບ-ຂ່າວ: ແສງຄຳ ສາລີວັນ