ພົນໂທ ຄໍາລຽງ ອຸທະໄກສອນ ເນັ້ນໜັກຫຼາຍບັນຫາຕໍ່ທະຫານແຂວງອັດຕະປື

ວັນທີ 24 ມັງກອນ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະ ເທດ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງອັດຕະປື, ໂດຍມີ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັນຊາການ, ກົມກອງຮາກຖານ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນການພົບປະໂອ້ລົມ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກ ສອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ ທີ່ກອງບັນຊາ ການທະຫານແຂວງອັດຕະປື ສ້າງມາໄດ້ໃນໄລຍະຜ່ານມາ, ພ້ອມ ທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກ ງານຫຼັກແຫຼ່ງ ທົ່ວກອງບັນຊາການທະຫານແຂວງອັດຕະປື ເອົາ ໃຈໃສ່ຊຸກຍູ້ຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ກໍຄື ຂອງແຂວງ ໃຫ້ເປັນຂະບວນ ການຟົດຟື້ນ, ສຸມໃສ່ເຮັດໃຫ້ສະພາບພາຍໃນແຂວງ ມີຄວາມ ສະຫງົບໜັກແໜ້ນ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ການ ເມືອງ ທັງທາງເລິກ ແລະ ທາງກວ້າງ ຕິດພັນກັບວຽກງານ 3 ສ້າງ, ໂດຍສຸມໃສ່ຂອບເຂດບໍລິເວນຊາຍແດນເປັນສໍາຄັນ, ເອົາ ໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ດ້ວຍການໂຄສະນາເຜີຍແຜ່ມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຕິດພັນກັບການ ດໍາເນີນຊີວິດການ ເມືອງພາຍໃນພັກ, ຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມ ເຂັ້ມແຂງໜັກແໜ້ນ ໂດຍສຸມໃສ່ການອົບຮົມ-ຫັດແອບໃຫ້ເປັນປົກກະຕິ ເພື່ອຮັບປະກັນການກຽມພ້ອມສູ້ຮົບໃຫ້ມີຄຸນນະພາບ ພ້ອມກັນນັ້ນ, ກໍຕ້ອງຈັດຕັ້ງປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຫັນເຂົ້າສູ່ລະບຽບແບບແຜນທັນສະໄໝ, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານຕິດພັນກັບການສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ກອງ 3 ປອດ ແລະ ກອງວັດທະ ນະທໍາ ໃຫ້ມີຄຸນນະພາບ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດ ວຽກໃຫ້ມີວິທະຍາສາດ, ທັນສະໄໝ ບົນພື້ນຖານ ເຄົາລົບຫຼັັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ສືບຕໍ່ແກ້ໄຂຊີວິດການເປັນຢູ່ຂອງກົມກອງ ດ້ວຍການຊຸກຍູ້ການປູກຝັງ-ລ້ຽງສັດ ໃຫ້ໄດ້ຫຼາຍກວ່າເກົ່່າ, ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າຄັງລວມ ໝູນໃຊ້ເຂົ້າໃນການປັບປຸງພັດທະນາກົມກອງ, ເອົາໃຈໃສ່ກວດກາ, ຄຸ້ມຄອງ ແລະ ປົກປັກຮັກສາພາຫະນະເຕັກນິກ, ອາວຸດຍຸດໂທປະ ກອນ ບໍ່ໃຫ້ຕົກເຮ່ຍເສຍຫາຍໂດຍບໍ່ມີເຫດຜົນ, ສືບຕໍ່ປະສານສົມທົບ ແລະ ພົວພັນຮ່ວມມືກັບຕ່າງປະເທດ ເພື່ອຖອດຖອນເອົາບົດຮຽນ ມາພັດທະນາກົມກອງຂອງຕົນ.
ສະຫາຍ ພັນເອກ ສີສົມໃຈ ມະໂນລາ ໄດ້ກ່າວວ່າ: ການມາຢ້ຽມຢາມ ແລະ ພົບປະໂອ້ລົມຂອງສະຫາຍ ລັດຖະມົນຕີກະຊວງ ປ້ອງກັນປະເທດໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ເປັນການປຸກລະດົມຊຸກຍູ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກ ງານ-ນັກຮົບ ທົ່ວກອງບັນຊາການທະຫານແຂວງອັດຕະປື ມີກຳ ລັງໃຈໃນການປະຕິບັດໜ້າທີ່ວຽກງານ, ຄໍາເຫັນໂອ້ລົມຂອງທ່ານ ເປັນພື້ນຖານບ່ອນອີງອັນສໍາຄັນ ໃນການສືບຕໍ່ປັບປຸງພັດທະນາກໍາລັງປະກອບອາວຸດທ້ອງຖິ່ນແຂວງອັດຕະປື ໃຫ້ມີຄວາມເຕີບ ໃຫຍ່ເຂັ້ມແຂງ, ໜັກແໜ້ນ ເພື່ອພ້ອມກັນກັນເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ ກໍຄື ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍ ຂອງແຂວງອັດຕະປື.
Cr. ນາງ ຍ້ອມເພັດ ວິໄລພັນ




