ສຳມະນາກອນ 50 ສະຫາຍອ້ອມຂ້າງກະຊວງ ຖວທ ໄດ້ຮັບການຝຶກອົບຮົມທິດສະດີການເມືອງສະເພາະດ້ານ ໄລຍະສັ້ນ

ສໍາມະນາກອນ 50 ສະຫາຍ ອ້ອມຂ້າງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈໍານວນ 50 ສະຫາຍ, ຍິງ 22 ສະຫາຍ ໄດ້ເຂົ້າຮ່ວມຝຶກອົບຮົມທິດສະດີການເມືອງສະເພາະດ້ານໄລຍະສັ້ນ 15 ວັນ ຊຸດທີ II ຈັດຂຶ້ນທີ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນລະຫວ່າງວັນທີ 24 ມັງກອນ-14 ກຸມພາ 2025.
ຊຸດຝຶກອົບຮົມຄັ້ງນີ້ ສໍາມະນາກອນຈະໄດ້ຮຽນຮູ້ຫລັກມູນທິດສະດີມາກ-ເລນິນ, ສະພາບສາກົນ ແລະ ທ່າອ່ຽງເສດຖະກິດ, ບັນຫາພື້ນຖານຂອງແນວທາງກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດ-ສັງຄົມນິຍົມຢູ່ປະເທດເຮົາ, ຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາບັນຂອງການເປັນຜູ້ນຳແບບໃໝ່, ກໍ່ສ້າງພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ການຄຸ້ມຄອງ ແລະ ການພັດທະນາ ຊັບພະຍາກອນມະນຸດໃນກົງຈັກລັດ, ຍົກສູງຂີດຄວາມສາມາດໃນການຫັນກຸ້ມຕົນເອງທາງດ້ານງົບປະມານ ວິຊາການ, ກົດໝາຍວ່າດ້ວຍສື່ມວນຊົນ, ຄຸ້ມຄອງ-ນຳໃຊ້ສື່ສັງຄົມອອນລາຍ, ການຂຽນຂ່າວ ແລະ ສົ່ງຂ່າວສື່ສັງຄົມອອນລາຍ.
ພິທີໄຂຊຸດອົບຮົມດັ່ງກ່າວ, ຈັດຂຶ້ນໃນວັນທີ 24 ມັງກອນ 2025 ທີ່ສະຖາບັນສື່ມວນຊົນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ສະຫາຍ ດາວສະ ຫວັນ ເຄືອມີໄຊ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




