ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບໃຫ້ແກ່ປະຊາຊົນໃນພາກພື້ນ

Jan 25, 2025

ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບໃຫ້ແກ່ປະຊາຊົນໃນພາກພື້ນ
ວັນທີ 21 ມັງກອນ ນີ້, ສູນຮ່ວມມືການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫລື LMLECC ໄດ້ຈັດກອງ ປະຊຸມ ເຈົ້າໜ້າທີ່ອາວຸໂສ ການຮ່ວມມືດ້ານການປະຕິ ບົດກົດໝາຍ ແລະ ຄວາມໝັ້ນຄົງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢູ່ນະຄອນຄຸນໝິງ ແຂວງຢຸນນານຈີນ ໂດຍມີຜູ້ຕາງໜ້າຈາກຈີນ, ລາວ, ກຳປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ ເຂົ້າຮ່ວມ.
ຜູ້ຕາງໜ້າຂອງ 6 ປະເທດດັ່ງກ່າວ ໄດ້ສະແດງຄວາມເຫັນເປັນ ເອກະພາບກັນວ່າ: ຈະເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ດຳ ເນີນການ ປະຕິບັດງານສະເພາະກິດ, ປະຕິບັດມາດຕະການຢ່າງເຂັ້ມແຂງ, ເດັດດ່ຽວ ປາບປາມການຫລອກລວງທາງໂທລະຄົມ ພ້ອມດ້ວຍການກະທຳຜິດ ຊະນິດຕ່າງໆທີ່ເກີດຂຶ້ນຈາກການຫລອກລວງທາງໂທລະຄົມເຫລົ່ານັ້ນ, ປະສານງານຊ່ວຍເຫລືອບຸກຄົນທີ່ຖືກກັກຂັງ, ຊອກຈັບຫົວໂປ່ຂອງກຸ່ມ ແກ້ງທີ່ຕ້ອງໂທດ ແລະ ເລີກຮື້ຈຸດເຄື່ອນໄຫວຫລອກລວງຂອງພວກ ກະທຳຜິດ. ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງເດັດດ່ຽວຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃນການປາບປາມການຫລອກລວງ ທາງໂທລະຄົມ ແລະ ໄດ້ສ້າງຄວາມໝັ້ນໃຈດ້ານຄວາມໝັ້ນຄົງ ແລະ ສະຖຽນລະພາບໃຫ້ແກ່ປະຊາຊົນໃນພາກ ພື້ນນີ້.
ສິ່ງທີ່ໜ້າສົນໃຈນັ້ນຄື: ກ່ອນຈັດກອງປະຊຸມດັ່ງກ່າວ ກໍຄື ໃນລະຫວ່າງ ເດືອນສິງຫາ ຫາ ເດືອນທັນວາ ປີ 2024 ຜ່ານມາ, ສູນຮ່ວມມື LMLECC ໄດ້ຈັດຕັ້ງປະຕິບັດກົດໝາຍ ຮ່ວມພາຍ ໃຕ້ລະຫັດ “ນົກນາງນວນ” (SEAGULL). ອີງຕາມສະຖິຕິໃນ ເບື້ອງຕົ້ນ, ໃນໄລຍະປະຕິບັດງານດັ່ງກ່າວ, ຝ່າຍຕ່າງໆໄດ້ມ້າງຄະດີປະເພດຕ່າງໆ 160 ກວ່າເລື່ອງ, ໃນນັ້ນຫລາຍກວ່າໝູ່ແມ່ນຄະດີກ່ຽວກັບການຫລອກລວງທາງໂທລະຄົມ, ໄດ້ຈັບກຸມຜູ້ຕ້ອງຫາຫລາຍກວ່າ 70.000 ຄົນ ແລະ ຊ່ວຍເຫລືອຜູ້ປະສົບເຄາະຮ້າຍ 160 ກວ່າຄົນ. ການຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ດັ່ງກ່າວເປັນການ ຊຸກຍູ້ວຽກງານບົນພື້ນຖານຜົນສຳເລັດການປະຕິບັດງານພາຍໃຕ້ລະຫັດ “ນົກນາງນວນ”, ທັງເປັນການຊີ້ທິດເຍືອງທາງໃຫ້ແກ່ການຮ່ວມມືດ້ານ ການປະຕິບັດກົດໝາຍໃນອະນາຄົດ.
ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນແມ່ນຊ່ວຍຊູຍູ້ໜູນ ກັນ, ມີແຕ່ພາຍໃຕ້ເງື່ອນໄຂທີ່ຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນ ລະພາບເທົ່ານັ້ນຈຶ່ງຈະສາມາດບັນລຸການພັດທະນາຢ່າງຖາວອນໄດ້. ໃນຫລາຍປີມານີ້, ການຫລອກລວງທາງເຄືອຂ່າຍໂທລະຄົມ ມີທ່າອ່ຽງເພີ່ມ ຂຶ້ນຢ່າງຫລວງຫລາຍໃນຂອບ ເຂດທົ່ວໂລກ, ສ່ວນຢູ່ພາກພື້ນແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ ກໍຫລີກລ່ຽງບໍ່ໄດ້. ການຫລອກລວງທາງໂທລະຄົມ ແລະ ການກະທຳຜິດຕ່າງໆທີ່ເກີດຂຶ້ນຈາກການຫລອກລວງທາງໂທລະຄົມ ໄດ້ສ້າງໄພຂົ່ມຂູ່ຢ່າງໜັກໜ່ວງໃຫ້ແກ່ຜົນປະໂຫຍດຕົວຈິງຂອງພົນລະເມືອງຢູ່ບັນດາປະເທດ ແລະ ສ້າງຄວາມຫຍຸ້ງຍາກສັບສົນໃຫ້ແກ່ສັງຄົມ ແລະ ສະພາບແວດລ້ອມການພັດທະນາເສດຖະ ກິດ.
ສະນັ້ນ, 6 ປະເທດແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ ໄດ້ຮ່ວມມືກັນປາບປາມການຫລອກລວງທາງ ໂທລະຄົມ ແມ່ນຄວາມຮຽກ ຮ້ອງຕ້ອງການອັນຈຳເປັນໃນການປົກປ້ອງ ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພຶ້ນ ແລະ ເປັນມາດຕະ ການສຳຄັນໃນການຮັບປະກັນຊີວິດການເປັນຢູ່ທີ່ມີຄວາມຜາສຸກຂອງ ປະຊາຊົນຢູ່ບັນດາປະເທດ.
ເປັນເວລາດົນນານມາແລ້ວ, 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນໃນການຮ່ວມມືກັນປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງ. ຕົວຢ່າງຄື: ນັບແຕ່ເລີ່ມປະຕິບັດກົນໄກລາດຕະເວນ ປະຕິບັດກົດໝາຍຮ່ວມ ຢູ່ແມ່ນ້ຳຂອງ ລະ ຫວ່າງ ຈີນ-ລາວ-ມຽນມາ-ໄທ ເມື່ອປີ 2011 ເປັນຕົ້ນມາ, 4 ປະ ເທດດັ່ງກ່າວໄດ້ດຳເນີນການລາດຕະເວນ ປະຕິບັດກົດໝາຍຮ່ວມ 136 ຄັ້ງ, ໄດ້ຈັດຕັ້ງການປະຕິບັດງານຮ່ວມ ປະເພດຕ່າງໆ 200 ກວ່າຄັ້ງ, ໄດ້ປາບປາມການຕ້ອງໂທດຂ້າມປະເທດ ຢູ່ລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ນອກຈາກນີ້, ສູນ LMLECC ຍັງໄດ້ ເລີ່ມປະຕິບັດງານໃນເດືອນທັນວາ ປີ 2017 ເຊິ່ງໄດ້ເສີມ ຂະຫຍາຍບົດບາດ ອັນສຳຄັນໃນການປາບປາມການຕ້ອງໂທດ ແລະ ປົກປ້ອງຄວາມໝັ້ນຄົງ ຂອງພາກພື້ນ. ປະສົບການໃນການຮ່ວມມືໃນໄລຍະຜ່ານມາໄດ້ສ້າງພື້ນ ຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືສະເພາະກິດໃນການປາບປາມ ການຫລອກລວງທາງໂທລະຄົມໃນຄັ້ງນີ້.
ກ່ອນໜ້ານີ້ບໍ່ດົນ, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນ ກາງພັກກອມມູ ນິດຈີນ ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງທູຕານຸທູດ 10 ປະ ເທດສະມາຊິກອາຊຽນ. ທ່ານ ໄດ້ກ່າວວ່າ: ຈີນ ຍິນດີຮ່ວມກັບປະເທດສະມາຊິກອາຊຽນ ເພີ່ມທະວີການ ຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍໃນດ້ານການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງ ເພື່ອສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ການໄປມາ ຫາສູ່ກັນ ລະຫວ່າງ ປະຊາຊົນຢູ່ບັນດາປະເທດ, ຮັກສາຄວາມ ເປັນລະບຽບ ທີ່ດີສຳລັບການໄປມາຫາສູ່ກັນ ແລະ ການຮ່ວມມືລະຫວ່າງປະເທດ ອ້ອມຂ້າງ. ເຊື່ອໝັ້ນວ່າ ຄຽງຄູ່ກັບກົນໄກການ ຮ່ວມມືແມ່ນ້ຳລ້ານຊ້າງ- ແມ່ນ້ຳຂອງ ແລະ ກົນໄກຮ່ວມມືອື່ນໆໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ກ້າວເຂົ້າສູ່ລວງເລິກ, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງບັນດາ ປະເທດໃນພາກພື້ນ ຈະສາມາດສະກັດກັ້ນການຫລອກລວງທາງໂທລະຄົມ ໄດ້ຢ່າງແນ່ ນອນ, ສ້າງຄວາມໝັ້ນຄົງ, ສະຖຽນລະພາບໃຫ້ແກ່ປະຊາຊົນ ໃນພາກພື້ນ ແລະ ຊຸກຍູ້ໃຫ້ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ກ້າວເຂົ້າສູ່ອະນາຄົດທີ່ດີງາມກວ່າເກົ່າ.
Cr. CMG