ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດທ່ຽວຊົມດອກຄາຍປ່າ ທີ່ເມືອງຊໍາເໜືອ ປະຈໍາປີ 2025

Jan 25, 2025

ເປີດທ່ຽວຊົມດອກຄາຍປ່າ ທີ່ເມືອງຊໍາເໜືອ ປະຈໍາປີ 2025
ວັນທີ 24 ມັງກອນ 2025, ເມືອງຊໍາເໜືອ, ແຂວງຫົວພັນ ໄດ້ຈັດພິທີເປີດງານນິທັດສະການທ່ຽວຊົມດອກຄາຍປ່າ ປະຈໍາປີ 2025, ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ໂດຍມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ທ່ານ ອ່ອນພັນ ທອງທິດາ ເຈົ້າເມືອງໆຊໍາເໜືອ, ພ້ອມດ້ວຍມວນຊົນພາຍໃນແຂວງ.
ທ່ານ ນ ຄໍາພອນ ສົມບູນ ຮອງເຈົ້າເມືອງຊໍາເໜືອ ໄດ້ກ່າວວ່າ: ເມືອງຊໍາເໜືອເປັນເມືອງ, ​ທີ່ມີທີ່ຕັ້ງຄວາມສຳຄັນທາງປະຫັວດສາດເປັນຖີ່ນກຳເນີດ​ຂອງລາວ, ​ເປັນເມືອງ, ແຂວງພູດອຍທີ່ມີອາກາດໜາວເຢັນ​, ມີຄວາມອຸດົມສົມບູນທາງດ້ານທຳມະ ຊາດ, ມີພູຜາປ່າໄມ້ຂຽວສົດ ງົດງາມຕະຫຼອດປີ.
ນັບແຕ່ປີ 2021 ທີ່ແຂວງຫົວພັນໄດ້ຈັດງານນິທັດສະການ ຊົມດອກຄາຍປ່າເປັນຕົ້ນມາ ເຫັນໄດ້ດອກຄາຍປ່າໄດ້ກາຍເປັນທີ່ຈົດຈໍາຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ກາຍ ເປັນເອກະລັກຂອງເມືອງໜາວກໍຄືເມືອງຊໍາເໜືອ, ແຂວງຫົວພັນ, ເມື່ອເຫັນໄດ້ທ່າແຮງ ແລະ ຄວາມສໍາຄັນດັ່ງກ່າວ. ມາຮອດປີ 2022 ພະແນກ ຖວທ ແຂວງຫົວພັນ ໄດ້ສະເໜີຫາການນໍາແຂວງ ແລະ ສະເໜີສະພາປະຊາ ຊົນແຂວງຮັບຮອງເອົາດອກຄາຍປ່າເປັນເອກະລັກຂອງແຂວງຫົວພັນ.
ດັ່ງນັ້ນ, ເພື່ອເປັນການອານຸລັກຮັກສາດອກຄາຍປ່າເຮັດໃຫ້ການທ່ຽວຊົມດອກ ຄາຍປ່າມີບັນຍາກາດຟົດຟື້ນຂື້ນກວ່າເກົ່າເມືອງຊໍາເໜືອຈື່ງໄດ້ຈັດງານນິທັດສະການຊົມດອກຄາຍປ່າປະຈໍາປີ 2025 ຂື້ນຢ່າງເປັນທາງການ ໂດຍມີ 4 ກິດຈະກໍາ ຄື: ຈັດ ງານປະກວດນາງສາວດອກຄາຍປ່າ, ງານວາງສະແດງສິນຄ້າໂອດັອບຂອງແຕ່ລະເມືອງ, ຈັດງານນິທັດສະການດອກຄາຍປ່າ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວບໍ່ນໍ້າອຸ່ນນາເມືອງ.
ດອກຄາຍປ່າ ເປັນດອກໄມ້ທີ່ມີສີສັນສວຍງາມໂດດເດັ່ນ, ມີຄວາມເປັນເອກະ ລັກສະເພາະ, ງົດງາມພິເສດເປັນ ສີບົວຈ່າງ ແລະ ສີບົວເຂັ້ມມີລັກສະນະຄ້າຍຄືດອກຊາກຸຣະດອກໄມ້ປະຈຳຊາດ​ຂອງຍີ່ປຸ່ນ, ເຊີ່ງພົບເຫັນຫຼາຍ ກ່ວາໝູ່ແມ່ນຢູ່ເມືອງຊໍາ ເຫນືອ, ເມືອງວຽງໄຊ ແລະ ເມືອງຫົວເມືອງ​ຕາມເສັ້ນທາງເຂົ້າໄປສວນອຸທິຍານຫີນຕັ້ງ, ໃນແຕ່ລະປີດອກຄາຍປ່າຈະອອກດອກເບັ່ງບານສວຍງາມທີ່ສຸດໃນລະຫວ່າງທ້າຍເດືອນ 12 ຫາຕົ້ນເດືອນ 1 ຂອງທຸກໆປີ ເຊິ່ງໄລຍະດັ່ງກ່າວແມ່ນອາກາດໜາວ, ດອກໄມ້ຊະນິດນີ້ແມ່ນຈະອອກດອກໃນລະດູໜາວ ເຫມາະທີ່ສຸດສຳ ລັບນັກທ່ອງ ທ່ຽວໃນການເດີນທາງເຂົ້າມາທ່ຽວຊົມຄວາມສວຍງາມຂອງດອກຄາຍປ່າ.
ນອກຈາກດອກຄາຍປ່າແລ້ວ ເມືອງຊໍາເໜືອ ຍັງປະກອບມີດອກໄມ້ຕາມລະ​ດູການຫຼາຍຊະນິດເຊັ່ນ: ດອກບານ, ດອກປີບ, ດອກແຄ, ດອກຝາງແດງ, ດອກລ້ານ ແລະ ດອກໄມ້ຊະນິດຕ່າງໆ.
ຂ່າວ-ພາບ: ນິດຖະໜອມ