ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະ ມຊ ຮ່ວມ ກັນສ້າງສີມືແຮງງານ

Jan 25, 2025

ເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະ ມຊ ຮ່ວມ ກັນສ້າງສີມືແຮງງານ
ເມື່ອບໍ່ດົນມານີ້, ຄະນະຄຸ້ມຄອງເຂດເສດຖະກິດພິເສດນະ ຄອນຫລວງວຽງຈັນ ແລະ ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການຂຶ້ນ.
ລົງນາມໂດຍທ່ານ ທະນົງໄຊ ຄຸດໄພທູນ, ຫົວໜ້າຄະນະຄຸ້ມ ຄອງເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ແລະ ທ່ານ ຮສ.ປອ. ໄກສອນ ເພັງໂສພາ ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ).
ທ່ານ ຮສ ປອ ໄກສອນ ເພັງໂສພາ ໄດ້ລາຍງານໂດຍຫຍໍ້ກ່ຽວ ກັບສະພາບລວມຂອງຄະນະວິທະຍາສາດສິ່ງແວດລ້ອມ ແລະ
ຄວາມມຕ້ອງການຮ່ວມມືທາງດ້ານວິຊາການຂອງທັງສອງຝ່າຍເຊັ່ນ: ດ້ານເຕັກນິກ-ວິຊາການ ກ່ຽວກັບການຈັດການສິ່່ງແວດ ລ້ອມ ໃນເຂດເສດຖະກິດພິເສດ ຂອງນະຄອນຫລວງວຽງຈັນ (ການບຳບັດນ້ຳເປື້ອນ, ມົນລະພິດທາງອາກາດ, ມົນລະພິດທາງສຽງ, ການຈັດການສິ່ງເສດເຫຼືອຈາກໂຮງງານ ແລະອື່ນໆ ທີ່ຕິດ ພັນກັບວຽກງານສິ່ງແວດລ້ອມ); ດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງສິ່ງແວດລ້ອມ ຂອງຄະນະຄຸ້ມຄອງເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການຈັດຝຶກອົບຮົມໄລຍະສັ້ນ, ໄລຍະຍາວ, ການສົ່ງພະນັກງານມາຍົກລະດັບ ແລະ ການສົ່ງຊ່ຽວຊານ ຄສວ ເພື່ອໃຫ້ຄຳເເນະນຳໃນການແກ້ໄຂບັນຫາສິ່ງ ແວດລ້ອມ; ທັງເປັນການສ້າງໂອກາດໃຫ້ ນັກສຶກສາ ຄະນະວິທະ ຍາສາດສິ່ງແວດລ້ອມ ໄດ້ມີວຽກເຮັດງານທໍາ, ມີລາຍຮັບໃນໄລຍະການຮຽນ, ສ້າງທັກສະ ແລະປະສົບການ ໃຫ້ແກ່ນັກສຶກສາ ໄດ້ມີວຽກເຮັດງານທຳພາຍຫຼັງຈົບ; ດ້ານການຮ່ວມໃນການດຶງດູດ ເອົາພະນັກງານ​ ພາຍໃນໂຮງງານ ທີ່ມີລະດັບການສຶກສາຈົບ ມ7 ຂຶ້ນ ໄປ ມາຍົກລະດັບດ້ານວິຊາສະເພາະ ຢູ່ຄະນະວິທະຍາສາດສິ່ງແວດ ລ້ອມ.
ພາຍຫລັງບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືວິຊາ ການ ໄດ້ເຊັນຮັບຮອງເເລ້ວທັງສອງຝ່າຍຈະໄດ້ເເຕ່ງຕັ້ງຄະນະຮັບ ຜິດຊອບເພື່ອປະສານງານ ແລະ ເຮັດວຽກຮ່ວມກັນເພື່ອເຮັດໃຫ້ບົດບັນທຶກວ່າດ້ວຍການຮ່ວມມືທາງວິຊາການ ໄດ້ຖຶກຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນ ເເລະ ຈຸດປະສົງທີ່ວາງໄວ້.