ວັນທີ 24 ມັງກອນ 2025, ທີ່ແຂວງສະຫວັນນະເຂດ, ອົງການໄອຍະການປະ ຊາຊົນ ແຂວງສະຫວັນນະເຂດ ແລະ ໄອຍະການໄທລຽບຕາມຊາຍແດນ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັນກ່ຽວກັບການ ປາບປາມອາຊະຍາກຳຂ້າມຊາດ. ມີ ທ່ານ ຄຳແດງ ຂັນຕະມາລາ, ຫົວໜ້າ ອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ, ທ່ານ ຈຸມພົນ ພັນສຳລິດ, ຮອງຫົວໜ້າ ໄອຍະການສູງສຸດແຫ່ງຣາຊະອານາຈັກໄທ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງ 2 ຝ່າຍເຂົ້າຮ່ວມ.
ສອງຝ່າຍ ໄດ້ຮ່ວມການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ຕ່າງຝ່າຍຕ່າງໄດ້ລາຍງານໃຫ້ກັນຮັບຊາບກ່ຽວກັບສະພາບການເຄື່ອນໄຫວການຈັດຕັ້ງປະຕິ ບັດພາລະບົດບາດ, ສິດໜ້າທີ່ຂອງອົງການໄອຍະການປະຊາຊົນໃນໄລຍະຜ່ານມາແລະ ທິດທາງການເຄື່ອນໄຫວໃນຕໍ່ໜ້າຂອງສອງຝ່າຍ, ຕີລາຄາສູງຕໍ່ກັບການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຶບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ເພີ່ມທະວີການປະສານສົມທົບໃນການຕ້ານ ແລະສະກັດກັ້ນອາຊະຍາກຳຂ້າມຊາດໂດຍສະເພາະອາຊະຍາກຳກ່ຽວກັບຢາເສບຕິດ, ການຄ້າມະນຸດ, ການດຳເນີນຄະ ດີຢາເສບຕິດຕາມປະມວນກົດໝາຍຢາເສບຕິດໄທ, ການດຳເນີນຢາເສບຕິດຂອງ ສປປ ລາວ, ແລກປ່ຽນການຮ່ວມມືໃນການປາບປາມ ອາຊະຍາກຳຂ້າມຊາດລະ ຫວ່າງ ສປປ ລາວ ແລະຣາຊະອານາຈັກໄທ ແລະໃຫ້ການຊ່ວຍເຫຼືອທາງດ້ານກົດ ໝາຍໃນບັນຫາ ທາງອາຍາບົນພື້ນຖານວ່າດ້ວຍການຊ່ວຍເຫຼືອ ເຊິ່ງກັນ ແລະກັນທາງດ້ານກົດໝາຍໃນບັນຫາອາຍາກຳລະຫວ່າງຣາ ຊະອານາຈັກໄທ ແລະສາທາລະ ນະລັດປະຊາທິປະໄຕປະຊາຊົນລາວ.
ສອງຝ່າຍຍັງ ໄດ້ຖືໂອກາດແລກປ່ຽນບົດ ຮຽນ, ຄວາມຮູ້ ແລະປະສົບການການປະຕິບັດວຽກຕົວຈິງໃນການປະຕິບັດກົດໝາຍ, ລະບຽບການ ແລະວິທີຕ້ານອາຊະ ຍາກຳຂ້າມຊາດຢ່າງມີປະສິດທິຜົນ, ພ້ອມທັງປຶກສາຫາລືແລກ ປ່ຽນຂໍ້ມູນຂ່າວສານກຳນົດຄວາມຫຍຸ້ງຍາກ, ອຸປະສັກ ແລະສິ່ງທ້າທາຍລວມທັງສະ ເໜີແນະນຳທີ່ເປັນປະໂຫຍດ ແລະສິ່ງທີ່ປະຕິບັດໄດ້ໃນການຕ້ານການຄ້າຂາຍຢາເສບຕິດ ແລະອາດຊະຍາກຳຂ້າມ ຊາດ ແລະວຽກງານອື່ນໆ ທີ່ກ່ຽວຂ້ອງ.
Cr. ສະຫວັນພັດທະນາ ຂ່າວ






