ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີນີ້, ແຂວງອັດຕະປື ຈະສູ້ຊົນເກັບເງິນເກີນດຸນດຸ່ນດ່ຽງໃຫ້ສູນ ກາງ 422 ຕື້ກີບ

Jan 25, 2025

ທ່ານ ນາງ ໄຍຄໍາ ສີຊານົນ, ວ່າການຫົວໜ້າພະແນກການເງີນ ແຂວງອັດຕະປື ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຊຸດທີ II ໃນວັນທີ 23 ມັງກອນ 2025 ວ່າ: ອັດຕະປື ເປັນແຂວງໜື່ງທີ່ໄດ້ຮັບການ ມອບໝາຍຄຸ້ມຄອງຈັດເກັນລາຍຮັບເພື່ອດຸ່ນດ່ຽງຊ່ວຍສູນກາງ. ສະເພາະແຜນເກັບລາຍຮັບງົບປະມານແຫ່ງລັດ ປີ 2025 ແມ່ນຈະສູ້ຊົນເກັບໃຫ້ໄດ້ ຈໍານວນ 1,057.9 ຕື້ກີບ, ທຽບໃສ່ແຜນປີ 2024 ເພີ່ມຂື້ນ 52.62%, ລາຍຮັບພູດສູນກາງ ປະຕິບັດຢູ່ແຂວງ (ພາສີ) ຈໍານວນ 144.6 ຕື້ກີບ, ທຽບໃສ່ແຜນປີ 2024 ເພີ່ມຂື້ນ 24.22%, ລາຍຮັບພູດທ້ອງຖິ່ນ (ແຂວງ) ຈໍານວນ 913.3 ຕື້ກີບ, ທຽບໃສ່ແຜນປີ 2024 ເພີ່ມຂຶ້ນ 55.47%.
ໃນນີ້, ສະເພາະພູດຂອງທ້ອງຖິ່ນ ຈໍານວນ 913.3 ຕື້ກີບ, ໄດ້ກໍານົດແຜນລາຍຈ່າຍ 491.3 ຕື້ກີບ, ເງິນເກີນດຸນດຸ່ນດ່ຽງໃຫ້ສູນກາງ 422 ຕື້ກີບ ເຊິ່ງປະກອບມີ: ລາຍຈ່າຍ ຂົງເຂດອົງການປົກຄອງ ຈໍານວນ 316.16 ຕື້ກີບ, ໃນນີ້: ແຂວງຄຸ້ມຄອງ ຈໍານວນ 258.19 ຕື້ກີບ, ເມືອງຄຸ້ມຄອງ 57.98 ຕື້ກີບ, ລາຍຈ່າຍ ຂົງເຂດສຶກສາ ຈໍານວນ 124.05 ຕື້ກີບ ແລະ ຂົງເຂດສາທາ ຈໍານວນ 50.85 ຕື້ກີບ.
ຂອບໃຈຂໍ້ມູນຈາກ: ພອນປະເສີດ
May be an image of 1 person