ວັນທີ 22 ມັງກອນ 2025 ກົງກັບມື້ແຮມ 8 ຄ່ຳເດືອນ 12 ຕາມຈັນທະຄະຕິຈີນ ເຊິ່ງຕາມປະເພນີພື້ນເມືອງພາກເໜືອຈີນ ແມ່ນເປັນມື້ເລີ່ມສະຫຼອງຕ້ອນຮັບປີໃໝ່ບຸນກຸດຈີນ. ທ່າມກາງອາກາດທີ່ໜາວຈັດໃນລະດູໜາວ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ເດີນທາງໄປບ້ານຈູ້ເຈ່ຍໂກ່ ຕາແສງເຜົ່າແມນຈູໝິງສຸ້ຍ ເມືອງສຸຍຈົ່ງ ນະຄອນຫູລູຕາວ ແຂວງຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ ເພື່ອສຳຫຼວດກວດກາເບິ່ງສະພາບການສ້າງສາຄືນໃໝ່ຫຼັງໄພນ້ຳຖ້ວມທີ່ເກີດຂຶ້ນໃນປີກາຍ ພ້ອມທັງໄດ້ຢື້ຢາມຖາມຂ່າວທຸກສຸກຂອງປະຊາຊົນທ້ອງຖິ່ນນີ້.
ທ່ານ ສີຈິ້ນຜິງ ເຄີຍເວົ້າດ້ວຍຄວາມດູດດື່ມວ່າ: “ວັນສິ້ນປີ ແລະ ບຸນກຸດຈີນ ເປັນບຸນປະເພນີຂອງປະຊາຊາດຈີນ ເປັນມື້ມ່ວນຊື່ນສີລິມຸງຄຸນສຳລັບການເຕົ້າໂຮມຄວາມສາມັກຄີກັນຢ່າງອົບອຸ່ນຂອງທຸກໆຄອບຄົວ ເພື່ອສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ຄວາມປາດຖະໜາອັນໃຫຍ່ທີ່ສຸດຂອງຂ້າພະເຈົ້າກໍຄື ໃຫ້ທຸກຄົນສາມາດສະຫຼອງບຸນປີໃໝ່ຢ່າງເບີກບານມ່ວນຊື່ນ.”
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຈີນ ຄັ້ງທີ 18 ຂອງພັກຄອມມູນິດຈີນ ເມື່ອປີ 2012 ເປັນຕົ້ນມາ, ແຕ່ລະປີ, ກ່ອນຮອດບຸນກຸດຈີນຈະວຽນມາເຖິງ, ທ່ານ ສີຈິ້ນຜິງ ກໍຈະເດີນທາງໄປຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານ ເພື່ອຟັງສຽງໃນໃຈຂອງປະຊາຊົນ, ຊອກຮູ້ສະພາບການດຳລົງຊີວິດ ແລະຢື້ຢາມຖາມຂ່າວທຸກສຸກຂອງເຂົາເຈົ້າ ພ້ອມທັງອວຍພອນປີໃໝ່ແກ່ເຂົາເຈົ້າ.
ວັນທີ 20 ສິງຫາ 2024 ຜ່ານມາ, ຝົນຕົກໜັກທີ່ສຸດແບບບໍ່ຄ່ອຍເຫັນໃນປະຫວັດສາດໄດ້ເຮັດໃຫ້ນະຄອນຫູລູຕາວ ແຂວງຫຼຽວໜິງ ປະສົບໄພນ້ຳຖ້ວມຢ່າງຮ້າຍແຮງ. ບ້ານຈູ້ເຈ່ຍໂກ່ ເປັນໜຶ່ງໃນບ້ານຕ່າງໆທີ່ໄດ້ຮັບຜົນເສຍຫາຍໜັກໜ່ວງທີ່ສຸດ. ເພື່ອຮັບປະກັນໃຫ້ປະຊາຊົນຜູ້ປະສົບໄພໄດ້ຜ່ານລະດູໜາວຢ່າງອົບອຸ່ນ, ໂຄງການສ້າງສາຄືນໃໝ່ຂອງບ້ານຈູ້ເຈ່ຍໂກ່ ກໍໄດ້ສ້າງສຳເລັດຫຼັງຈາກໄພພິບັດເກີດຂຶ້ນໄດ້ 2 ເດືອນ, ບ້ານໃໝ່ຈູ້ເຈ່ຍ ໄດ້ສ້າງຂຶ້ນຢ່າງສະດຸດຕາ. ບຸນກຸດຈີນໃກ້ຈະມາເຖິງ, ທຸກໆຄົວເຮືອນບ້ານໃໝ່ຈູ້ເຈ່ຍຕ່າງກໍໄດ້ຕິດຄະຕິມົງຄຸນຄູ່, ປະດັບປະດາເຮືອນຊານ ເພື່ອກຽມສະຫຼອງບຸນກຸດຈີນຄັ້ງທຳອິດຢູ່ໃນບ້ານເຮືອນທີ່ສ້າງໃໝ່ຂອງຕົນ.
ວັນທີ 22 ມັງກອນ 2025, ທ່ານ ສີຈິ້ນຜິງ ໄດ້ຍ່າງເຂົ້າໄປໃນເຮືອນຂອງຊາວບ້ານທີ່ຫາກໍ່ຍ້າຍເຂົ້າໄປໃໝ່ ເພື່ອໂອ້ລົມເລື່ອງລາວຊີວິດປະຈຳວັນກັບຊາວບ້ານ.
ຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພເປັນແນວໃດແລ້ວ, ຈະສາມາດສະຫຼອງບຸນປີໃໝ່ຢ່າງເບີກບານມ່ວນຊື່ນໄດ້ຫຼືບໍ່ ນີ້ຄືສິ່ງທີ່ທ່ານ ສີຈິ້ນຜິງ ໄດ້ຫ່ວງໃຍມາໂດຍຕະຫຼອດ.
ວັນທີ 26 ມັງກອນ 2022, ທ່າງກາງຫິມະ ແລະລົມໜາວເຢັນ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປເຖິງບ້ານເຝີງນານຢວນ ຕາແສງຊືຈ່ວງ ເມືອງໂຮ້ໂຈ່ວ ນະຄອນຫຼິນເຝິນ ແຂວງຊ່ານຊີ ທາງພາກເໜືອຂອງຈີນ, ກ່ອນນັ້ນ ຫຼາຍເດືອນ, ແຂວງຊ່ານຊີໄດ້ມີຝົນຕົກໜັກໃນຍາມລະດູໜາວ ພາໃຫ້ເກີດນ້ຳຖ້ວມໜັກໜ່ວງທີ່ສຸດ ທີ່ມີການບັນທຶກດ້ານອຸຕຸນິຍົມໃນປະຫວັດສາດ, ບ້ານເຝີງນານຢວນ ເປັນໜຶ່ງໃນບ້ານຕ່າງໆທີ່ເຮືອນຊານປະຊາຊົນໄດ້ຮັບຜົນເສຍຫາຍໜັກໜ່ວງທີ່ສຸດ.
ຢູ່ເຮືອນຂອງລຸງ ຊືຫົງປິ່ງ ຊາວບ້ານບ້ານເຝີງນານຢວນ, ທ່ານ ສີຈິ້ນຜິງ ໄດ້ກວດກາເບິ່ງສະພາບກະກຽມເຄື່ອງບໍລິໂພກບຸນກຸດຈີນຢູ່ຫ້ອງມ້ຽນເຄື່ອງ, ເຮືອນຄົວ ແລະແຫ່ງຕ່າງໆ ແລ້ວຮ່ວມກັບຄອບຄົວລຸງຊືຫົງປິ່ງ ເຮັດເຂົ້າໜົມປີໃໝ່ທີ່ເປັນອາຫານພື້ນເມືອງຂອງທ້ອງຖິ່ນດັ່ງກ່າວ.
ຕອນອອກຈາກເດີ່ນບ້ານຂອງລຸງຊືຫົງປິ່ງ, ຫິມະຄ່ອຍໆເຊົາລົງ. ທ່ານສີຈິ້ນຜິງ ໄດ້ເວົ້າກັບຊາວບ້ານທີ່ຍ່າງອ້ອມເຂົ້າມາວ່າ: “ເມື່ອໄດ້ເຫັນເຮືອນສ້າງໃໝ່ຢູ່ໃນບ້ານພວກສະຫາຍມີຄຸນນະພາບດີຫຼາຍ, ເງິນອຸດໜູນກໍໄດ້ແຈກຢາຍໃຫ້ຊາວບ້ານຢ່າງທົ່ວເຖິງ, ປະຊາຊົນທຸກຄົວເຮືອນກຽມເຄື່ອງບໍລິໂພກສະຫຼອງບຸນກຸດຈີນໄດ້ຢ່າງພຽງພໍ ການສະຫຼອງບຸນປີ ໃໝ່ມີບັນຍາກາດອັນເຂັ້ມຂຸ້ນ, ຂ້າພະເຈົ້າຮູ້ສຶກພູມໃຈຫຼາຍ.” ທ່ານ ສີຈິ້ນຜິງ ຍັງໄດ້ຊີ້ນຳໃຫ້ພະນັກງານການນຳທ້ອງຖິ່ນ ຕ້ອງສືບຕໍ່ຊ່ວຍປະຊາຊົນແກ້ໄຂບັນຫາຫຍຸ້ງຍາກ ໃນດ້ານການຜະລິດ ແລະຊີວິດການເປັນຢູ່, ທຸກຄົນຮ່ວມແຮງຮ່ວມໃຈກັນເພື່ອສະຫຼອງບຸນກຸດຈີນໃຫ້ເບີກບານມ່ວນຊື່ນ.
ໃນການຢ້ຽມຢາມແຂວງຊ່ານຊີ່ຄັ້ງນັ້ນ, ທ່ານ ສີຈິ້ນຜິງ ໄດ້ກ່າວວ່າ: “ພັກຄອມມູນິດແມ່ນເຮັດວຽກເພື່ອປະຊາຊົນ, ເປົ້າໝາຍກໍແມ່ນເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນ ແລະດີຂຶ້ນທຸກປີ.”
ການລ້ຽງດູ, ການສຶກສາຂອງເດັກນ້ອຍ, ການປະກອບອາຊີບ ແລະການສ້າງໃຫ້ຊາວໜຸ່ມເປັນຜູ້ມີຄວາມຮູ້ຄວາມສາມາດ, ການປິ່ນປົວ ແລະການລ້ຽງດູເບິ່ງແຍງຄົນໄວຊະລາ ບໍ່ພຽງແຕ່ເປັນວຽກບ້ານການເຮືອນ ຍັງເປັນວຽກລວມຂອງປະເທດຊາດນຳອີກ, ສິ່ງນີ້ເປັນເນື້ອໃນສຳຄັນ ທີ່ບໍ່ປ່ຽນແປງຂອງທ່ານ ສີຈິ້ນຜິງ ໃນການເຄື່ອນໄຫວຢ້ຽມຢາມທ້ອງຖິ່ນກ່ອນບຸນກຸດຈີນ.
ກ່ອນຈະຮອດບຸນກຸດຈີນປີ 2021, ທ່ານ ສີຈິ້ນຜິງ ໄດ້ເດີນທາງຢ້ຽມຢາມບ້ານຮວ້າອູ່ ຕາແສງເຜົ້າມົ້ງຊິ່ນເຢີນ ນະຄອນປີ້ເຈ ແຂວງກຸ້ຍໂຈ່ວ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ. ຢູ່ເຮືອນຂອງທ້າວ ຈ້າວຢວີ້ເສ ຊາວບ້ານດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ກວດກາເບິ່ງສະພາບແວດລ້ອມການດຳລົງຊີວິດຂອງລາວຢ່າງລະອຽດ ແລະຍັງໄດ້ຮ່ວມກັບຄອບຄົວຂອງລາວເຮັດເຂົ້າໜົມຫວງປ່າ ອາຫານພື້ນເມືອງສະຫຼອງບຸນປະເພນີຂອງທ້ອງຖິ່ນແຫ່ງນັ້ນ.
ທ້າວ ຈ້າວຢວີ້ເສ ບອກທ່ານ ສີຈິ້ນຜິງ ວ່າ: ແຕ່ກ່ອນລາວຢູ່ບ້ານມ໋າໂວ່ ທີ່ບໍ່ມີນ້ຳປະປາ, ໄຟຟ້າ ແລະບໍ່ມີເສັ້ນທາງເຂົ້າເຖິງ, ແຕ່ດຽວນີ້ ລາວໄດ້ຍ້າຍເຂົ້າເຮືອນໃໝ່ທີ່ເປັນຕຶກສອງຊັ້ນ, ນ້ຳປະປາ ໄຟຟ້າ ແລະເສັ້ນທາງເຂົ້າເຖິງເຮືອນໄດ້ໝົດ. ທ່ານ ສີຈິ້ນຜິງ ຟັງແລ້ວຮູ້ສຶກດີໃຈຫຼາຍເພິ່ນເວົ້າວ່າ:“ການປະກອບອາຊີບຄືມາດຕະການພື້ນຖານໃນການປັບປຸງໝາກຜົນຂອງບັ້ນລຶບລ້າງຄວາມທຸກຍາກ, ຕ້ອງຕັ້ງໜ້າພັດທະນາອຸດສາຫະກຳຊົນນະບົດ, ເພື່ອຄວາມສະດວກຂອງປະຊາຊົນປະກອບອາຊີບຢູ່ພາຍໃນບ້ານ, ເຮັດໃຫ້ປະຊາຊົນສ້າງລາຍຮັບໄດ້ ທັງສາມາດເບິ່ງແຍງຄອບຄົວໄປພ້ອມ ເພື່ອໃຫ້ລູກຫຼານໄດ້ຮັບການສຶກສາທີ່ດີ.”
ກ່ອນຈະຮອດບຸນກຸດຈີນ 2013, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປເຖິງຮ້ານອາຫານຂອງ “ສູນບໍລິການຄົນຊະລາຈຳຮອງ” ຢູ່ເມືອງເສີງກ່ວນ ນະຄອນລານໂຈ່ວ ແຂວງກ່ານຊູ້ ທາງພາກຕາເວັນຕົກສຽງເໜືອຂອງຈີນ, ເພິ່ນໄດ້ເສີບອາຫານສົດໆຮ້ອນໆໃຫ້ຜູ້ເຖົ້າ. ນອກນີ້, ເພິ່ນຍັງໄດ້ສອບຖາມຢ່າງລະອຽດ ກ່ຽວກັບສະພາບການດຳເນີນງານຂອງຮ້ານອາຫານແຫ່ງນີ້ວ່າ: ອາຫານຄາບໜຶ່ງລາຄາເທົ່າໃດ? ອາຫານພໍກິນຫຼືບໍ່? ຄວາມສະອາດຂອງອາຫານເດ ມີຄວາມຮັບປະກັນຫຼືບໍ່ ເປັນຕົ້ນ.
ພູຕ້າຫຼຽງ ແຂວງເສສວນ ເຄີຍເປັນເຂດທຸກຍາກທີ່ສຸດຂອງຈີນ. ກ່ອນຈະຮອດບຸນກຸດຈີນປີ 2018, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປເຖິງບ້ານເຜົ່າຢີ ເມືອງຈ່າວເຈ ທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລ 2500 ກວ່າແມັດ ເຊິ່ງເປັນການປະຕິບັດຕາມຄຳໝັ້ນສັນຍາຂອງຕົນ ທີ່ຕ້ອງໄປຮອດໄປເຖິງເຂດທຸກຍາກທີ່ສຸດທຸກແຫ່ງໃນທົ່ວປະເທດໃຫ້ໄດ້.
ຕະຫຼອດໄລຍະ10ກວ່າປີຜ່ານມານີ້, ທ່ານ ສີຈິ້ນຜິງ ໄດ້ເຄື່ອນໄຫວຢ້ຽມຢາມປະຊາຊົນແຫ່ງຕ່າງໆໃນທົ່ວປະເທດຈີນ ກ່ອນຈະຮອດບຸນກຸດຈີນໃນແຕ່ລະປີ ເຊິ່ງເປັນການປະຕິບັດຕາມຄຳໝັ້ນສັນຍາອັນໜັກແໜ້ນຂອງຜູ້ນຳປະເທດ ແລະສ່ອງແສງເຖິງອຸດົມການແຕ່ຫົວທີເພື່ອປະຊາຊົນຂອງຊາວຄອມມູນິດ.
Cr. CMG






