ອີງຕາມຂໍ້ມູນຈາກບົດລາຍງານຫຍໍ້ແຜນພັດທະນາເສດຖະ ກິດ-ສັງຄົມ ປະຈໍາປີ 2025 ທີ່ສະເໜີຕໍ່ກອງປະ ຊຸມສະໄໝສາ ມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ II ຈັດຂຶ້ນເມື່ອບໍ່ດົນມານີ້ ໄດ້ຍົກໃຫ້ເຫັນຜົນສໍາເລັດການຍົກສູງປະສິດທິພາບການລົງທຶນໃຫ້ມີຄຸນນະພາບ ແລະ ປະສິດທິຜົນ ຢູ່ແຂວງອຸດົມໄຊ ວ່າ: ໃນປີ 2024 ການລົງທຶນລວມເຂົ້າໃສ່ການພັດທະນາໄດ້ 5,956.81 ຕື້ກີບ, ປະຕິບັດໄດ້ລື່ນແຜນການ 118% (ມະຕິສະພາ 2,734.42 ຕື້ກີບ) ກວມ 56% ຂອງ GDP, ທຽບກັບປີຜ່ານມາເພີ່ມຂຶ້ນ 73.5% ໃນນີ້: ສະເພາະການລົງທຶນຂອງລັດ ສາ ມາດປະຕິບັດສໍາເລັດຕາມແຜນການປີ 100%, ລວມມູນຄ່າ 83.42 ຕື້ກີບ, ກວມ 1.4 ຂອງທຶນທັງ ໝົດ, ໃນນັ້ນ, ທຶນປົກກກະຕິ 60.92 ຕື້ກີບ, ເງິນເກີນແຜນ 8 ຕື້ກີບ, ທຶນພັດທະນາຊຸມຊົນ 9 ຕື້ກີບ ແລະ ກອງທຶນບູລະນະຮັກ ສາທາງຫຼວງ 5.50 ຕື້ກີບ);
ສໍາລັບການລົງທຶນຂອງລັດ ທຶນປົກກະຕິ ມີທັງໝົດ 92 ໂຄງ ການ, ມູນຄ່າອະນຸມັດໃນປີ 68.63 ຕື້ກີບ (ລວມ ເງິນເກີນແຜນ); ລວມມີ:
– ໂຄງການຊໍາລະໜີ້ສິນ 44 ໂຄງການ, ອະນຸມັດເບີກຈ່າຍ 23.29 ຕື້ກີບ (ລວມທັງເງິນເກີນແຜນ) ເທົ່າກັບ 100% ຂອງແຜນ ການ;
– ໂຄງການສືບຕໍ່ 30 ໂຄງການ, ອະນຸມັດເບີກຈ່າຍ 35.52 ຕື້ກີບ, ເທົ່າກັບ 100% ຂອງແຜນການ;
– ໂຄງການໃໝ່ 18 ໂຄງການ, ສາມາດຈັດຕັ້ງປະຕິບັດ 17 ໂຄງ ການ, ດັດແກ້ 1 ໂຄງການ ແລະ ຍົກເລີກ 1 ໂຄງການ; ສະນັ້ນ, ໃນປີ 2024 ໂຄງການໃໝ່ແມ່ນຈະໄດ້ປະຕິບັດ 17 ໂຄງການ; ຄາດ ຄະເນຈະສາມາດເບີກຈ່າຍໄດ້ 9.82 ຕື້ກີບ, ເທົ່າກັບ 100% ຂອງແຜນການ.
ໂດຍລວມແລ້ວການຈັດຕັ້ງປະຕິບັດໂຄງການໃໝ່ແມ່ນຍັງຊັກຊ້າ 3 ໂຄງການ (ໂຄງການສ້ອມແປງທາງຫຼວງ ທ້ອງຖິ່ນ ຢູ່ນາໝໍ້, ເມືອງໄຊ ແລະ ໂຄງການສົມທົບ LRSP) ແຕ່ສາມາດປະຕິບັດສໍາເລັດໄດ້ຕາມແຜນປີ.
ນອກຈາກນີ້, ຍັງມີໂຄງການສືບຕໍ່ທີ່ປະຕິບັດຊັກຊ້າບໍ່ໄດ້ບໍ່ມາ ມີຈໍານວນ 5 ໂຄງການ ໄດ້ມີການແກ້ໄຂ ຄື: ໄດ້ສໍາເລັດການຕໍ່ສັນຍາ 1 ໂຄງການ (ໂຄງການປູຢາງທາງເທດສະບານເມືອງຫຼາ); ກໍາລັງຂໍຕໍ່ສັນຍາ 2 ໂຄງການ (ໂຄງການກໍ່ສ້າງທາງນາໝໍ້-ແມ່ວຈ່າຍ ແລະ ໂຄງການກໍ່ສ້າງທາງຂະໜານ); ກຳລັງຂໍດັດແກ້ 1 ໂຄງ ການ (ໂຄງການກໍ່ສ້າງທາງເມືອງໄຊ-ເມືອງງາ) ແລະ ຢຸດຕິການປະ ຕິບັດ 1 ໂຄງການ (ໂຄງການກໍ່ສ້າງໂຮງຮຽນ ປກສ); ຄາດວ່າຂະ ບວນການຕໍ່ສັນຍາ ແລະ ດັດ ແກ້ມູນຄ່າໂຄງ ການ ແມ່ນຈະໄດ້ດໍາເນີນພາຍໃນປີ 2025.
BT, ວສລ





