ໃນວັນທີ 24 ມັງກອນ 2025 , ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂັ້ນແຂວງ ພ້ອມຄະນະ, ໄດ້ເຄື່ອນໄຫວຢ້ຽມ ຢາມກອງພັນໃຫຍ່ປ້ອງກັນອາກາດ 645, ກອງບັນຊາການທະຫານແຂວງຈຳປາສັກ, ກອງພົນທະຫານຮາບທີ5 ,ໂຮງງານປະສານເຫຼົ່າ ພາກໃຕ້, ອົງການໄອຍະການທະ ຫານພາກໃຕ້, ສານທະຫານພາກໃຕ້, ກອງເສຍອົງຄະ185, ກອງພັນໃຫ່ຍ 611, ໂດຍມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍ ນາຍ ແລະ ພົນທະຫານ ຂອງແຕ່ລະກົມກອງໃຫ້ການຕ້ອນຮັບ.
ໂອກາດດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ ນາຍ ແລະ ພົນທະຫານ, ຊາວໜຸ່ມ, ເຍົາວະຊົນ, ພະນັກງານ ທີ່ເຂົ້າ ຮ່ວມ, ພ້ອມທັງອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບກຳລັງປະກອບອາວຸດທົ່ວກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ພ້ອມກັນສືບຕໍ່ຮັກສາທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ເພື່ອເຮັດສຳເລັດໜ້າທີ່ອັນມີກຽດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ການຢ້ຽມຢາມນີ້, ຢັ້ງຢືນເຖິງຄວາມຫວ່ງໃຍ ຮູ້ບຸນຄຸນ ແລະ ຍ້ອງຍໍ ຊົມເຊີຍ ຂອງຄະນະພັກທຸກຂັ້ນ ຕະຫຼອດຮອດປະຊາຊົນຊາວແຂວງຈຳປາສັກ ທີ່ມີຕໍ່ອ້າຍນ້ອງກອງທັບປະຊາຊົນປະຕິວັດລາວ, ນາຍ ແລະ ພົນທະຫານ ໂດຍສະເພາະເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76ປີ, ໄລຍະເວລາ ແຫ່ງການກໍ່ ສ້າງກອງທັບປະຊາຊົນ ປະຕິວັດລາວ, ວິລະຊົນ ຜູ້ເຮັດໜ້າທີ່ເປັນກຳລັງຫຼັກແຫຼ່ງ ເປັນກຳລັງແຮງປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ປະ ຊາຊົນບັນດາເຜົ່າຢູ່ດີກິນດີ ກໍ່ຄື ປະຊາຊົນຊາວແຂວງຈໍາປາສັກ , ສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ; ອົງການປົກຄອງແຂວງ ກໍ່ຄື ຄະນະບໍລິຫານງານຊາວໜຸ່ມແຂວງ, ພາສີແຂວງ, ອາກອນແຂວງ, ພະແນກການເງິນ, ພະແນກຖະແຫຼ່ງຂ່າວ ແລະ ວັດທະນະທຳ, ພະແນກພະລັງງານ ແລະ ບໍແຮ່, ຫ້ອງວ່າການແຂວງ, ສະມາຄົມນັກທຸລະກິດຍິງ ກໍຄືທົ່ວສັງຄົມ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸ-ເຄື່ອງໃຊ້ ມອບໃຫ້ແຕ່ລະກົມກອງ ນຳອີກ.
Cr. Medialaos





