ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນຂັ້ນສູງ ສພຊ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະສະພາ ກ່ຽວກັບການຮ່ວມມືຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ

Jan 25, 2025

ວັນທີ 21-22 ມັງກອນ 2025 ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ (ສພຊ) ແຫ່ງ ສປປລາວ ພ້ອມ ດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະສະພາ ກ່ຽວກັບການຮ່ວມມືຂອງບັນ ດາປະເທດທີ່ໃຊ້ພາສາຝຣັ່ງ ໃນ 3 ຫົວຂໍ້ສໍາຄັນຄື: ກະສິກຳແບບຍືນຍົງ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການປ່ຽນແປງດິນຟ້າອາກາດ ທີ່ນະຄອນເກິນເທີ, ສສ. ຫວຽດນາມ ເຊິ່ງແມ່ນຂໍ້ລິເລີ່ມຂອງສະພາແຫ່ງ ຊາດຫວຽດນາມ ໃນໂອກາດເປັນເຈົ້າພາບຈັດກອງ​ປະ​ຊຸມດ​ັ່ງກ່າວ ແລະ ກອງປະຊຸມຄະນະບໍລິຫານງານສະມັດຊາລັດຖະສະພາບັນ ດາປະ ເທດທີ່ໃຊ້ພາສາຝຣັ່ງ (APF); ມີຄະນະຜູ້ແທນຈາກປະ ເທດທີ່ໃຊ້ພາສາຝຣັ່ງ 17 ປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO), ອົງການຝຣັ່ງໂກໂຟນີສາກົນ (OIF) ແລະ ເລຂາ ທິການໃຫຍ່ສະມັດຊາລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງ, ບັນດາການນໍາຂັ້ນສູງ ແລະ ກໍາມາທິການທີ່ກ່ຽວ ຂ້ອງຂອງສະພາແຫ່ງ ຊາດຫວຽດນາມ, ການນໍາພັກ-ລັດ ແລະ ພະແນກການຂອງນະຄອນເກິນເທີ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງຄໍາປາໄສເປີດຂອງທ່ານ ເຈິ່ນ ແທ່ງ ເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ຮັບຟັງການ ລາຍງານສະພາບການຂອງແຕ່ລະຫົວຂໍ້ຈາກຜູ້ຊ່ຽວຊານຂົງເຂດຕ່າງໆໃນບັນດາປະເທດທີ່ໃຊ້ພາສາຝຣັ່ງ; ນອກນີ້, ຍັງໄດ້ຮັບຟັງການສະເໜີບົດຮຽນທີ່ດີ ຈາກຜູ້ຕາງ ໜ້າອົງການນິຕິບັນຍັດຂອງ APF ກ່ຽວກັບການປ່ຽນແປງດິນຟ້າອາກາດ, ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບຫຼາຍບັນຫາສຳຄັນທີ່ເປັນສິ່ງທ້າທາຍ ແລະ ຄວາມກັງວົນຮ່ວມກັນຂອງແຕ່ລະພາກ ພື້ນ ໂດຍສະເພາະແມ່ນໃນບັນດາປະເທດທີ່ໃຊ້ພາສາຝຣັ່ງ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນສະພາແຫ່ງ ຊາດລາວ ໄດ້ຮ່ວມສະເໜີບົດຄໍາເຫັນພາຍໃຕ້ 3 ຫົວ ຂໍ້ຕົ້ນຕໍຂອງກອງປະຊຸມ ເຊິ່ງໄດ້ເນັ້ນໜັກເຖິງການເອົາໃຈໃສ່ປັບປຸງ ແລະ ພັດທະນາໃນຂົງເຂດກະສິກໍາ, ການຜະ ລິດສະບຽງອາຫານໃຫ້ມີຄວາມໝັ້ນຄົງ ແລະ ພຽງພໍແກ່ປະຊາຊົນ ແລະ ສາມາດສົ່ງອອກເພື່ອເປັນຊ່ອງທາງສ້າງລາຍຮັບເຂົ້າປະເທດ ພ້ອມທັງໃຫ້ຄວາມສໍາຄັນຕໍ່ການຫັນເປັນສັງຄົມສີຂຽວ, ການຄຸ້ມຄອງ ແລະ ຮັບມືຕໍ່ກັບການປ່ຽນແປງດິນຟ້າອາກາດ ໃຫ້ສາມາດຫຼຸດຜ່ອນສະພາວະເຮືອນແກ້ວ, ມົນລະພິດທີ່ເກີດຂຶ້ນຈາກໂຮງງານ ແລະ ການຖ່າງປ່າເຮັດໄຮ່ ເພື່ອເປັນການຫຼຸດຜ່ອນສະພາບອາ ກາດທີ່ເປັນພິດຕໍ່ຮ່າງກາຍມະນຸດ.
ໃນຕອນທ້າຍ, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການເກີນເທີ ກ່ຽວກັບການຮ່ວມມືຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ ໃນຂົງເຂດກະສິກຳແບບຍືນຍົງ, ຄວາມໝັ້ນຄົງດ້ານສະບຽງ ອາຫານ ແລະ ຮັບປະກັນຕໍ່ການປ່ຽນແປງດິນຟ້າອາກາດ.
ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ຍັງໄດ້ເຂົ້າຢ້ຽມພົບປະເຮັດວຽກກັບຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ນໍາໂດຍທ່ານ ເຈິ່ນ ແທ່ງ ເໝິນ, ພົບກັບອຳ ນາດການປົກ ຄອງທ້ອງຖິ່ນຂອງນະຄອນເກີນເທີ, ຢ້ຽມຢາມບັນດາພື້ນຖານດ້ານເສດຖະ ກິດ-ສັງຄົມ ໂດຍສະເພາະດ້ານກະສິກຳ ແລະ ອຸດສາຫະກຳ ຂອງນະຄອນເກີນເທີ ແລະ ນະຄອນໂຮ່ ຈີ ມິງ.
Cr. ຂ່າວ ຜູ້ແທນປະຊາຊົນ
อาจเป็นรูปภาพของ 11 คน และ ข้อความ