ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ຮ່ວມກັບສໍານັກຂ່າວໜັງສືພິມ, ໂທລະ ພາບ ແລະ ສື່ອອນລາຍຈາກສະມາຄົມນັກຂ່າວໄທ ຈັດກິດຈະກຳຢ້ຽມຢາມຜະລິດຕະພັນການທ່ອງທ່ຽວຢູ່ແຂວງ ຄໍາມ່ວນ ແລະສະຫັວນນະເຂດ ລະຫວ່າງວັນທີ 25-30 ມັງກອນ 2025 ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ເຂົ້າມາທ່ຽວລາວຫຼາຍຂື້ນ.
ທ່ານ ນາງ ມະນີສາຄອນ ທໍາມະວົງໄຊ ຫົວໜ້າກົມໂຄສະນາ ການທ່ອງທ່ຽວ ໃຫ້ສໍາພາດວ່າ: ການຈັດກິດຈະກຳໃນຄັ້ງນີ້ ເພື່ອສົ່ງເສີມການທ່ອງທ່ຽວລາວ ກໍຄື ປີທ່ອງທ່ຽວລາວ ໂດຍໄດ້ເຊີນສື່ມວນຊົນລາວ ແລະໄທເຂົ້າຮ່ວມຢ້ຽມຢາມຜະລິດຕະພັນການທ່ອງທ່ຽວທີ່ໂດດເດັ່ນຂອງແຂວງຄໍາມ່ວນ ແລະ ສະຫວັນນະ ເຂດ ເນື່ອງຈາກ 2 ແຂວງນີ້ມີຊາຍແດນຕິດຈອດກັບໄທທີ່ມີການຄົມມະນາຄົມສະດວກສະບາຍ ແລະເອື້ອອຳນວຍໃຫ້ແກ່ການທ່ອງ ທ່ຽວ.
ການເຄື່ອນໄຫວຄັ້ງນີ້ ສື່ມວນຊົນສອງປະເທດ ຈະໄດ້ສໍາຜັດກັບກິດຈະກຳການທ່ອງທ່ຽວແບບພະຈົນໄພ, ການທ່ອງທ່ຽວໃນຮູບແບບອະນຸລັກສີ່ງແວດລ້ອມ ໃຫ້ມີຄວາມຍືນຍົງ, ຕິດພັນກັບວິຖີການດຳລົງຊີວິດຂອງປະຊາຊົນ, ສະຖານທີ່ທ່ອງທ່ຽວສໍາຄັນທາງດ້ານປະຫວັດສາດ ແລະທໍາມະຊາດ ເປັນຕົ້ນ ພະທາດສີໂຄດຕະບອງ, ຖໍ້າພະໜອງປາຜາ, ໜອງປາເຊືອມ ຢູ່ເມືອງທ່າແຂກ, ແຫລ່ງທ່ອງທ່ຽວພູຜາມ່ານ, ຂຸນກອງແລງ, ຖໍ້ານໍ້າລອດເຊບັ້ງໄຟ, ຕາດຊຽງລື. ນອກຈາກນີ້ຍັງຈະໄດ້ຢ້ຽມຢາມຜະລິດຕະພັນການທ່ອງທ່ຽວສໍາຄັນຈໍານວນໜື່ງຢູ່ແຂວງຄໍາມ່ວນຕື່ມອີກ ເປັນຕົ້ນພະທາດອີງຮັງ, ຫໍໄຕກາງນໍ້າ ແລະດົງລີງຕື່ມອີກ.
ໂອກາດນີ້ ທ່ານ ນາງ ມະນີສາຄອນ ທໍາມະວົງໄຊ ຍັງໄດ້ເຊີນ ຊວນນັກທ່ອງທ່ຽວຈາກປະເທດໄທໃຫ້ເຂົ້າມາທ່ຽວຊົມສະຖານ ທີ່ທ່ອງທ່ຽວສໍາຄັນຂອງລາວ ໂດຍສະເພາະແຂວງຄໍາມ່ວນ ແລະສະຫວັນນະເຂດ ຊື່ງເປັນສອງແຂວງທີ່ນອນໃນເຂດພາກກາງຂອງປະເທດທີ່ມີການເດີນທາງສະດວກ ເນື່ອງຈາກ ມີເສັ້ນທາງຄົມມະນາຄົມຂົນສົ່ງທັງທາງບົກ, ທາງນໍ້າ ແລະ ທາງອາກາດ ທີ່ເປັນການເຊື່ອມໂຍງເຊື່ອມຈອດຂອງບັນດາປະເທດໃກ້ຄຽງໄດ້ເປັນຢ່າງດີ.
Cr. ຈັນທະສອນ ສີຫານາດ
















