ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ແຂວງຄໍາມ່ວນ ດຶງດູດນັກທ່ອງທ່ຽວບັນລຸເກີນແຜນ 70%.

Jan 26, 2025

ໃນປີ 2024 ຜ່ານມາ ມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງ ປະເທດເຂົ້າມາທ່ຽວແຂວງ ຄໍາມ່ວນ ຫລາຍກວ່າ 852.000 ຄົນ ໃນນີ້, ເປັນນັກທ່ອງທ່ຽວຕ່າງປະເທດ 300.000 ກວ່າຄົນ, ທຽບໃສ່ແຜນການ (500.000 ຄົນ) ແມ່ນລື່ນແຜນ 170%, ສ້າງລາຍຮັບໄດ້ 1.012 ຕື້ກວ່າກີບ
ທ່ານ ສົມສັກດາ ແກ້ວມະນີ, ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຄໍາມ່ວນ ໃຫ້ສໍາພາດໃນໂອກາດທີ່ສື່ມວນຊົນລາວ ແລະໄທ ເຄື່ອນໄຫວຢ້ຽມຢາມຜະ ລິດຕະພັນການທ່ອງທ່ຽວຢູ່ແຂວງ ຄໍາມ່ວນ ໃນວັນທີ 25 ມັງ ກອນ 2025 ວ່າ: ພາຍຫຼັງທີ່ລັດຖະບານໄດ້ກຳເອົາປີ 2024 ເປັນ ປີທ່ອງທ່ຽວລາວ ແຂວງຄໍາມ່ວນ ໄດ້ກຳນົດເອົາ 27 ກິດຈະ ກຳສົ່ງເສີມການທ່ອງທ່ຽວຂອງແຂວງ ເຊິ່ງມີ 1 ກິດຈະກຳລະດັບຊາດ, 2 ກິດຈະກຳລະດັບແຂວງ ແລະ 24 ກິດຈະກຳລະດັບເມືອງ ຕິດພັນກັບ 3 ຍອດຍິ່ງທາງທຳມະຊາດ, ວັດທະນະທຳ ແລະ ປະ ຫວັດສາດ. ຜ່ານການຈັດຕັ້ງປະຕິບັດບັນ ດາມາດຕະການສົ່ງ ເສີມການທ່ອງທ່ຽວຕ່າງໆ ສາມາດໂຄສະນາດຶງດູດການທ່ອງ ທ່ຽວຂອງແຂວງດ້ວຍຜົນສໍາເລັດອັນຈົບງາມ.
ສ່ວນໃນປີ 2025 ນີ້, ພະແນກ ຖວທ ແຂວງຄໍາມ່ວນ ຈະເອົາ ໃຈໃສ່ປັບປຸງບູລະນະແຫຼ່ງທ່ອງທ່ຽວທີ່ມີການບໍລິການແລ້ວໃຫ້ດີຂຶ້ນ, ພັດທະນາແຫຼ່ງທ່ອງທ່ຽວແຫ່ງໃໝ່ ແລະ ເປີດບໍລິການຕື່ມອີກ, ສ້າງຜະລິດຕະພັນການທ່ອງທ່ຽວໃໝ່ທີ່ມີຄວາມຫຼາກຫຼາຍຮັບປະກັນຄຸນນະພາບ ແລະ ປັບປຸງການບໍລິການໃຫ້ດີຂຶ້ນ, ສືບຕໍ່ປະສານສົມທົບຮ່ວມມືກັບພາກລັດ ແລະ ພາກທຸລະກິດຈັດກິດ ຈະກຳສົ່ງເສີມການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍສີສັນທີ່ຕິດ ພັນກັບການອະນຸລັກຮິດຄອງປະເພນີຂອງທ້ອງຖິ່ນ; ປັບປຸງບັນ ດາໂຄງລ່າງພື້ນຖານພາຍໃນແຫຼ່ງທ່ອງທ່ຽວໃຫ້ມີຄວາມສະດວກສະບາຍ ແລະ ສວຍງາມ, ສ້າງຄວາມປະທັບໃຈ, ມີຄວາມປອດໄພ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ຫຼາຍຂຶ້ນ; ຫັນລະບົບການເກັບລາຍຮັບຈາກການທ່ອງທ່ຽວໃຫ້ທັນສະໄໝ, ຮັບປະກັນຄວາມໂປງໃສ, ແກ້ໄຂປະກົດການຫຍໍ້ທໍ້ທີ່ສົ່ງຜົນປະທົບຕໍ່ພາບຟົດອັນຂອງການທ່ອງທ່ຽວໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ປັດຈຸບັນ, ທົ່ວແຂວງມີແຫຼ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີໄວ້ແລ້ວ ຈໍານວນ 210 ແຫ່ງ, ໃນນັ້ນ, ມີແຫຼ່ງທ່ອງທ່ຽວທໍາມະຊາດ 145 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ 33 ແຫ່ງ ແລະ ແຫຼ່ງທ່ອງ ທ່ຽວປະຫວັດສາດ 32 ແຫ່ງ, ໃນນີ້ ໄດ້ເປີດນໍາໃຊ້ແລ້ວ 87 ແຫ່ງ; ພັດທະນາ ແລະ ເປີດຢ່າງເປັນທາງການແລ້ວ 25 ແຫ່ງ; ມີໂຮງແຮມ 24 ແຫ່ງ, ເຮືອນພັກ 105 ແຫ່ງ, ຣີສອດ 10 ແຫ່ງ, ຮ້ານອາ ຫານ-ກິນດື່ມ 189 ແຫ່ງ, ຮ້ານບັນເທິງ-ຄາລາໂອເກະ 19 ແຫ່ງ, ບໍລິສັດທ່ອງທ່ຽວ 7 ແຫ່ງ.
Cr. ຈັນທະສອນ ສີຫານາດ
May be an image of oil refinery, the Panama Canal, covered bridge and lake
May be an image of 1 person
May be an image of 1 person and kayak
May be an image of lake