ໃນວັນທີ 25 ມັງກອນ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະ ການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ອາລຸນໄຊ ສູນນະລາດ, ເຈົ້າແຂວງ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ພ້ອມດ້ວຍ ຄະນະນໍາກອງບັນຊາການທະຫານແຂວງ, ກອງພົນທີ 5 ແລະ ພາກສ່ວນຕ່າງໆ ໄດ້ເຄື່ອນໄຫວຢ້ຽມຢາມ ບັນດາກົມກອງທີ່ຂຶ້ນກັບກອງບັນ ຊາການທະຫານແຂວງຈໍາປາສັກ ໃນນັ້ນ, ຈຸດກອງພັນທີ 20 ມີກອງຮ້ອຍທະຫານຊາຍແດນ 525 ແລະ ກອງບັນຊາການທະຫານເມືອງມຸນລະປາໂມກ ເຂົ້າຮ່ວມ, ຈຸດກອງພັນທີ 24 ມີກອງຮ້ອຍທະຫານຊາຍແດນ 528, ກອງຮ້ອຍທະຫານຊາຍແດນ 520 ເຂົ້າຮ່ວມ ແລະ ຈຸດກອງພັນທີ 28 ມີກອງຮ້ອຍທະຫານຊາຍແດນ 529 ເຂົ້າ ຮ່ວມ. ພ້ອມກັນນັ້ນ, ຍັງໄດ້ເຄື່ອນໄຫວຢ້ຽມຢາມບັນດາປ້ອມຕ່າງໆ ຂອບເຂດຊາຍ ແດນ ຕື່ມອີກ.
ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນວ່າ: ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ແມ່ນນອນຢູ່ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 76 ປີ, ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ ຂອງການນໍາກະຊວງປ້ອງກັນປະເທດ ກໍຄື ການນໍາຂອງແຂວງຈໍາປາສັກ ທີ່ມີຕໍ່ພະນັກງານ-ນັກ ຮົບກອງທັບປະຊາຊົນລາວ ໂດຍສະເພາະກຳລັງປະກອບອາວຸດທ້ອງຖິ່ນ ແຂວງຈໍາປາ ສັກ, ເປັນການຊຸກຍູ້ ແລະ ໃຫ້ກໍາລັງໃຈພະນັກງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຫາງໄກ ເພື່ອປົກປັກຮັກສາອະທິປະໄຕຂອງຊາດໄວ້ໃຫ້ໝັ້ນຄົງ, ຮັກສາຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ປະກອບສ່ວນເຂົ້າໃນການປ້ອງກັນຄວາມສະຫງົບ ເຮັດໃຫ້ສະພາບພາຍໃນແຂວງຈໍາປາສັກ ມີຄວາມສະຫງົບໂດຍພື້ນ ຖານ.
ຖືໂອກາດນີ້, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ມອບວັດຖຸປັດໄຈ ເພື່ອເປັນຂອງຂວັນໃຫ້ແຕ່ລະກົມກອງ ແລະ ກ່າວອວຍພອນອັນປະເສີດມາຍັງພະນັກງານ-ນັກຮົບ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ດ້ວຍໝາກຜົນອັນຈົບງາມ.
ໃນໂອກາດລົງເຄື່ອນໄຫວຢ້ຽມຢາມບັນດາກົມກອງຄັ້ງນີ້, ເຈົ້າແຂວງ ແຂວງຈໍາປາສັກ ຍັງໄດ້ປຸກລະດົມວັດຖຸປັດໄຈ ຈາກບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ເປັນເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈໍານວນໜຶ່ງ ນໍາໄປມອບໃຫ້ແຕ່ລະກົມກອງ ເພື່ອປະກອບສ່ວນຊຸກຍູ້ພະນັກງານ-ນັກຮົບໃຫ້ມີກຳລັງໃຈໃນການປະຕິບັດໜ້າທີ່ວຽກງານຂອງຕົນ ກໍຄື ໜ້າທີ່ການເມືອງຂອງແຕ່ລະກົມກອງໃຫ້ໄດ້ຮັບຜົນສໍາເລັດສູງ.
Cr. ໜັງສືພິມປ້ອງກັນປະເທດ








