ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີນີ້ ສະພາທິດສະດີສູນກາງພັກ ຈະສືບຕໍ່ສ້າງການຫັນປ່ຽນໃໝ່ຮອບດ້ານ

Jan 26, 2025

ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນ ກາງພັກ ໄດ້ລາຍງານແຜນວຽກທີ່ຈະສືບຕໍ່ປີ 2025 ນີ້ ວ່າ:
1). ເພື່ອສືບຕໍ່ໃນການປະຕິບັດພາລະບົດບາດ ແລະ ຍົກສູງຄວາມ ສາມາດເປັນເສນາທິການ ຂອງສະພາທິດສະດີສູນກາງພັກ (ສທພ) ໃນການໃຫ້ຄຳປຶກສາ, ການຄົ້ນຄວ້າ, ສະຫຼຸບບັນດາບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກຳ ຕອບສະໜອງຂໍ້ມູນ -ຂ່າວສານ ໃຫ້ແກ່ສູນກາງພັກ ແນໃສ່ປັບປຸງບູລະນະແນວທາງ ຂອງພັກ, ນະໂຍບາຍ ຂອງລັດ ໃຫ້ທັນກັບສະພາບການ ໂດຍສະ ເພາະໃນທ້າຍສະໄໝການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
2). ສືບຕໍ່ສ້າງການຫັນປ່ຽນໃໝ່ໃນວຽກງານຕ່າງໆ ເປັນຕົ້ນ ວຽກງານຄົ້ນຄວ້າທິດສະດີ-ພຶດຕິກຳ; ການຈັດຕັ້ງກອງປະຊຸມສຳມະນາທິດສະດີ; ການຄຸ້ມຄອງໂຄງການຄົ້ນຄວ້າລະດັບຊາດ; ການສະໜອງຂໍ້ມູນ ແລະ ການຈັດພິມຜະລິດຕະພັນຜົນການ ຄົ້ນຄວ້າ; ການຄຸ້ມຄອງສະມາຊິກສະພາທິດສະດີສູນກາງພັກ, ພະນັກງານ-ລັດຖະກອນ ທີ່ປະຈຳການຢູ່ສະພາທິດສະດີສູນກາງພັກ ແລະ ການປັບປຸງກົນໄກການເຄື່ອນໄຫວວຽກງານ ຂອງສະພາທິດສະດີສູນກາງພັກ ໃຫ້ເປັນລະບົບຄົບຊຸດ ແລະ ມີຄຸນນະພາບກວ່າເກົ່າ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດພາລະບົດບາດຂອງຕົນ.
3). ສືບຕໍ່ການຍົກສູງຄວາມຮັບຜິດ ຊອບຂອງຄະນະກຳມະ ການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ; ການປະກອບສ່ວນເຂົ້າໃນການຈັດຕັ້ງການຄົ້ນຄວ້າທິດສະດີ ແລະ ພຶດ ຕິກຳ, ການໂຄສະນາເຜີຍແຜ່ແນວທາງ ຂອງພັກ, ນະໂຍບາຍຂອງລັດ ໃນແຕ່ລະໄລຍະ
4). ກວດກາຄືນດ້ານພາລະບົດບາດ, ໜ້າທີ່ ແລະ ໂຄງປະ ກອບດ້ານກົງຈັກການຈັດຕັ້ງ, ບຸກຄະລາກອນ, ສະມາ ຊິກສະພາທິດສະດີສູນກາງພັກ ແລະ ການກະກຽມຄວາມເປັນໄປໄດ້ໃນການປັບປຸງສະມາຊິກສະພາທິດສະດີສູນກາງພັກໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່, 5. ຍົກສູງປະສິດທິພາບໃນການຈັດຕັ້ງປະຕິບັດກົນໄກການພົວພັນປະສານງານກັບພາກ ສ່ວນຕ່າງໆ ໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະກົນໄກການເຮັດວຽກລະຫວ່າງສະພາທິດສະດີສູນກາງພັກກັບພາກສ່ວນຕ່າງໆຂອງການຈັດຕັ້ງພັກ-ລັດ; ຍົກລະດັບຄວາມສາມາດຂອງ ສທພ ໃນການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ໃນເງື່ອນໄຂໃໝ່.
ການຈັດຕັ້ງປະຕິບັດ ຈະຕ້ອງສຸມໃສ່ ຄື:
1). ເອົາໃຈໃສ່ໃນການຕິດຕາມ ແລະ ໃຫ້ທິດຊີ້ນຳແຕ່ລະພາກສ່ວນທີ່ສັງກັດໃນໂຄງປະກອບ ຂອງສະພາທິດສະດີສູນກາງພັກໃນການຈັດຕັ້ງປະຕິບັດທິດທາງ ລວມ, ໜ້າທີ່ວຽກງານແຕ່ລະດ້ານຢ່າງມີຈຸດສຸມຕ່າງໆ ໂດຍມີການສະຫຼຸບຕີລາຄາເປັນແຕ່ລະໄລຍະ
2). ຄະນະກຳມະການດ້ານຕ່າງໆ ແລະ ຄະນະເລຂາທິການວິທະຍາສາດ ສທພ ເປັນເຈົ້າການປະຕິບັດພາ ລະບົດບາດ ຂອງຕົນຕາມທີ່ໄດ້ກຳນົດໄວ້ ພ້ອມນັ້ນ ກໍສຸມໃສ່ໃນການສ້າງແຜນການລະອຽດຂອງຕົນ ແນໃສ່ເພື່ອຈັດຕັ້ງຜັນຂະຫຍາຍວຽກງານຕ່າງໆໃຫ້ປະກົດຜົນເປັນຈິງ.
3). ຫ້ອງການສະພາທິດສະດີສູນກາງພັກເປັນໃຈກາງປະສານງານ, ປະສານສົມທົບກັບທຸກພາກສ່ວນໃນການຄຸ້ມຄອງ – ບໍລິຫານວຽກງານຕ່າງໆ, ທັງເອື້ອອຳນວຍຄວາມສະດວກໃນດ້ານຕ່າງໆໃຫ້ແກ່ການຈັດຕັ້ງປະຕິບັດບັນດາທິດທາງ, ໜ້າທີ່ວຽກງານຕ່າງໆ ເພື່ອຮັບປະກັນຜົນສຳເລັດ ແລະ ມີປະສິດທິພາບ.
4). ຈັດຕັ້ງຜັນຂະຫຍາຍທິດທາງປະຈຳປີ 2025 ທີ່ໄດ້ຮັບຮອງໃນກອງປະຊຸມໃຫ້ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດຕົວຈິງ.
5). ການຈັດຕັ້ງປະຕິບັດວຽກງານຕ່າງໆຕ້ອງມີການສະຫຼຸບລາຍງານ, ຖອດຖອນບົດຮຽນ ແລະ ຂໍທິດຊີ້ນຳຈາກຂັ້ນເທິງໃນແຕ່ລະໄລຍະ.
Cr. ແສນຈັນ
May be an image of 16 people, suit and text