ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນພາຍໃນບ້ານ ແລະ ສັງຄົມສ້າງສົມທົບທຶນສ້າງທາງເບຕົງ ຢູ່ບ້ານແກ້ວສຳພັນ ນະຄອນປາກເຊ

Jan 26, 2025

ວັນທີ 25 ມັງກອນ 2025 ນີ້ ບ້ານແກ້ວສຳພັນ ນະຄອນປາກເຊ ແຂວງຈຳປາສັກ ໄດ້ຈັດພິທີເປີດການນຳໃຊ້ ທາງເບຕົງ ( ທາງສາມັກຄີທຳ ນໍ້າໃຈ ) ທີ່ກໍ່ສ້າງສຳເລັດໃໝ່ ພາຍໃນບ້ານຢ່າງເປັນທາງການ ໂດຍເຂົ້າຮ່ວມມີ ທ່ານ ສຸພາບ ທຳມະຮັກສາ ກຳມະການພັກແຂວງ ເລຂາພັກນະຄອນ ເຈົ້າ ນະຄອນປາກເຊ,ມີພຣະ ອາ ຈານ ໃຫຍ່ ມະຫາ ຄໍາພັນ ຍານະວະໂຣ ປະທານທີ່ປຶກສາ ອພສ ແຂວງ ປະທານເຈົ້າຄະນະເຂດ 2 ນະຄອນປາກເຊ ເຈົ້າອະທິການວັດບ້ານແກ,ພຣະອາຈາຣຍ໌ ພູວຽງ ທຳມະສິນ ຄະນະກຳມະການບໍລິຫານງານ ອພສ ນະຄອນປາກເຊ ເຈົ້າອະທິການວັດເກດແກ້ວມະນີ ບ້ານແກ້ວສຳພັນ, ມີການນຳນະຄອນ,ກຸ່ມ,ບ້ານ, ຕະລອດຮອດປະ ຊາຊົນ ພາຍໃນບ້ານເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ນາຍບ້ານແກ້ວສຳພັນ ໄດ້ລາຍງານການກໍ່ສ້າງທາງເບຕົງ ຊຶ່ງໃຫ້ຮູ້ວ່າ: ເພື່ອປະຕິບັດຕາມແຜນພັດທະນາພື້ນຖານໂຄງລ່າງຂອງບ້ານ ຄະນະພັກ, ອົງ ການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ແກ້ວສຳພັນ ໄດ້ສົມທົບກັບພຣະອາຈານ ເຈົ້າອະທິການວັດບ້ານແກ້ວສໍາພັນ ກໍ່ສ້າງເສັ້ນທາງ ເບຕົງ ( ເສັ້ນໜ້າວັດ) ຂຶ້ນ ເຊິ່ງໄດ້ເລີ່ມກໍ່ສ້າງໃນ ວັນທີ 17 ພະຈິກ 2024 ແລະ ສໍາເລັດໃນວັນທີ 04 ມັງກອນ 2025, ເສັ້ນທາງດັ່ງກ່າວເປັນ ເສັ້ນທາງເບຕົງເສີມເຫຼັກ ທີ່ມີຄວາມຍາວ 465 ແມັດ, ກວ້າງ 05 ແມັດ, ຄວາມໜາ 15 ຊັງຕີແມັດ; ນ້ຳໃຊ້ທຶນການກໍ່ສ້າງ 558 ລ້ານກີບ. ເຊິ່ງແມ່ນທຶນປະຊາຊົນພາຍໃນບ້ານ ແລະ ການປະກອບສ່ວນຂອງສັງຄົມຕາມການລະດົມຂອງພຣະອາຈານ ພູວຽງ ທຳມະສິນ ເຈົ້າອະທິການວັດບ້ານແກ້ວສໍາພັນ.
ໃນໂອກາດທີ່ມີຄວາມໝາຍ ທ່ານ ສຸພາບ ທຳມະຮັກສາ ເຈົ້ານະຄອນປາກເຊ, ພຣະ ອາຈານ ໃຫຍ່ ມະຫາ ຄໍາພັນ ຍານະວະໂຣ ປະທານທີ່ປຶກສາ ອພສ ແຂວງ,ໄດ້ຮ່ວມກັນຕັດແຊບຜ້າ ເປີດນ້ຳໃຊ້ທາງເບຕົງ ສາມັກຄີມີນໍ້າໃຈ ຢ່າງເປັນທາງການ.
Cr. ເກດສະໜາ ແກ້ວສຸວັນນະແສງ