ເພື່ອສະຫຼຸບຕີລາຄາການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະ 1 ປີຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວປະຈຳປີ 2025 ພ້ອມທັງຍົກໃຫ້ເຫັນດ້ານຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນຖອດຖອນໄດ້ ແນໃສ່ເຮັດໃຫ້ເປັນການປັບປຸງແກ້ໄຂວຽກງານຂອງຄະນະເລຂາທິການສະພາແຫ່ງຊາດ (ຄລສ) ໃຫ້ນັບມື້ດີຂຶ້ນກວ່າເກົ່າ; ເພື່ອນໍາເອົາບົດຮຽນຂອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ (ສພຂ) ຈຳນວນໜຶ່ງ ມາແລກປ່ຽນກັນ ລວມທັງປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນລະຫວ່າງ ຄລສ ກັບບັນດາກົງຈັກພາຍໃນສະພາແຫ່ງຊາດ (ສພຊ) ແລະ ຄະນະເລຂາທິການ ສພຂ ໃນການຊອກຫາວິທີການແກ້ໄຂວຽກງານຕ່າງໆ ໃນຖານະເປັນເສນາທິການໃຫ້ ສພຊ ແລະ ສພຂ ໃຫ້ນັບມື້ມີຄຸນນະພາບດີໃນຕໍ່ໜ້າ ທັງເປັນການເຜີຍແຜ່ນິຕິກຳທີ່ສໍາຄັນຈຳນວນໜຶ່ງ ຮັບປະກັນໃຫ້ແກ່ວຽກງານຂອງ ຄລສ, ບັນດາກົງຈັກພາຍໃນ ສພຊ ແລະ ຄະນະເລຂາທິການ ສພຂ ເປັນບ່ອນອີງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ທັນກັບສະພາບການເຄື່ອນໄຫວໃນປັດຈຸບັນ, ໃນໄລຍະໃໝ່.
ວັນທີ 25-26 ມັງກອນນີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມຄະນະເລຂາທິການສະພາແຫ່ງຊາດ ປະຈຳປີ 2024 ໂດຍການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ເລຂາທິການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຮອງເລຂາທິການ, ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສພຊ, ເລຂາທິການ-ຮອງເລຂາທິການສະພາປະຊາຊົນແຂວງ-ນະຄອນຫຼວງ ພ້ອມດ້ວຍຄະນະກົມ, ສູນ ແລະ ຫ້ອງການ, ຄະນະພະແນກ ແລະ ລັດຖະກອນ ຈາກ ສພຊ ເຂົ້າຮ່ວມ 120 ກວ່າທ່ານ.
ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ມີຄໍາເຫັນວ່າ: ໃນໄລຍະປີ 2024 ຜ່ານມາ ໃນນາມກົງຈັກທີ່ເປັນເສນາທິການທີ່ຮັບໃຊ້ວຽກງານຢ່າງໃກ້ຊິດຂອງສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການຈັດຕັ້ງຜັນຂະຫຍາຍແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ຊຶ່ງສາມາດຈັດຕັ້ງປະຕິບັດວຽກງານມີຜົນສຳເລັດເປັນຢ່າງດີ ສະແດງອອກການເປັນເສນາທິການການກະກຽມວຽກງານຮອບດ້ານ ເປັນຕົ້ນດ້ານເນື້ອໃນໃນການຮັບໃຊ້ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ກອງປະຊຸມຄະນະປະທານຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງ; ວຽກງານການປັບປຸງກົງຈັກການຈັດຕັ້ງ, ການກໍ່ສ້າງ ແລະ ບໍາລຸງສ້າງພະນັກງານ, ວຽກງານບໍລິຫານ-ພິທີການ, ວຽກງານການເງິນ, ວຽກງານສື່ມວນຊົນ, ວຽກງານກວດກາ, ວຽກງານຄຸ້ມຄອງຫໍສະພາແຫ່ງຊາດ, ການອໍານວຍຄວາມສະດວກໃຫ້ການເຄື່ອນໄຫວຢູ່ພາຍໃນ ແລະ ຕ່າງປະເທດ, ການປັບປຸງແບບແຜນວິທີເຮັດວຽກຢູ່ພາຍໃນຄະນະເລຂາທິການສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກຕ່າງໆ ຊຶ່ງເປັນເງື່ອນໄຂອໍານວຍໃຫ້ແກ່ການເຄື່ອນໄຫວວຽກງານລວມຂອງສະພາແຫ່ງຊາດ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ຮັບການປັບປຸງໃຫ້ມີຄວາມສອດຄ່ອງດີຂຶ້ນເປັນກ້າວໆ; ທັງໝົດນັ້ນ ແມ່ນຍ້ອນໄດ້ຮັບຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ, ຄະນະປະຈໍາ ແລະ ການສະໜັບສະໜູນຮ່ວມມືເປັນຢ່າງດີຈາກບັນດາກົງຈັກການ ຈັດຕັ້ງພາຍໃນສະພາແຫ່ງຊາດ ເປັນຕົ້ນບັນດາກໍາມາທິການ, ສະຖາບັນຄົ້ນຄວ້ານິຕິກໍາ, ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ກໍຄືພາກສ່ວນກ່ຽວຂ້ອງຕ່າງໆ. ຄຽງຄູ່ກັບຜົນງານ ແລະ ຜົນສໍາເລັດໃນ 1 ປີຜ່ານມາ, ກໍຍັງພົບກັບຄວາມຫຍຸ້ງຍາກສິ່ງທ້າທ້າຍຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຊຸມປີຕໍ່ໜ້າ ເປັນຕົ້ນກົນໄກການແກ້ໄຂວຽກບາງດ້ານຍັງຊັກຊ້າ, ການປະສານວຽກງານຈໍານວນໜຶ່ງຍັງບໍ່ທັນໂລ່ງລ່ຽນ; ການປັບປຸງກົງຈັກການຈັດຕັ້ງ, ການກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ບາງອັນຍັງຊ້ຳຊ້ອນ; ການບໍາລຸງສ້າງບຸກຄະລາກອນທີ່ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ຍັງບໍ່ຕໍ່ເນື່ອງ, ຂາດການປະເມີນຕິດຕາມຊຸກຍູ້ກໍ່ສ້າງ; ການສະໜອງອຸປະກອນຮັບໃຊ້ວຽກງານຕ່າງໆ ຍັງບໍ່ທັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງ.
ຜູ້ເຂົ້າຮ່ວມໄດ້ຮັບຟັງບັນດາເອກະສານທີ່ສຳຄັນຄື: ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາແຫ່ງຊາດ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ໂດຍທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ; ບົດປະກອບຄຳເຫັນການເປັນເສນາທິການດ້ານວຽກງານຈັດຕັ້ງ-ພະນັກງານ ຈາກທ່ານເລຂາທິການສະພາປະຊາຊົນແຂວງຜົ້ງສາລີ; ບົດປະກອບຄຳເຫັນການເປັນເສນາທິການດ້ານເນື້ອໃນໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ຈາກທ່ານເລຂາທິການສະພາປະຊາຊົນແຂວງຄຳມ່ວນ; ບົດປະກອບຄຳເຫັນການຈັດ ຕັ້ງປະຕິບັດວຽກງານບໍລິຫານ ແລະ ການຄຸ້ມຄອງໂຄງການລົງທຶນ ຈາກທ່ານເລຂາທິການສະພາປະຊາຊົນແຂວງໄຊສົມບູນ; ເຜີຍແຜ່ມະຕິຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະເມີນຄວາມໄວ້ວາງໃຈຕໍ່ບຸກຄະລາກອນທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ໂດຍທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ. ຈາກນັ້ນ, ກໍໄດ້ສຸມໃສ່ຄົ້ນຄວ້າ, ຕີລາຄາ, ແລກປ່ຽນບົດຮຽນ ແລະ ປະກອບຄໍາເຫັນໃສ່ບັນດາເນື້ອໃນທີ່ໄດ້ນໍາເຂົ້າມາປຶກສາຫາລື ເພື່ອຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ສາເຫດ ແລະ ສະເໜີວິທີການແກ້ໄຂຢ່າງກົງໄປກົງມາ ຊຶ່ງຈະເປັນຂໍ້ມູນນໍາໄປປັບປຸງ, ແກ້ໄຂວຽກງານໃນຕໍ່ໜ້າ.
ຂ່າວ: ນາງ ສຸພາວັນ ຫອມສະນິດ; ພາບ: ສອນສັກ ວັນວິໄຊ




