ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ​ ສີ​ຈິ້ນ​ຜິງ ກວດ​ກາ ແລະ ​ຢ້ຽມ​ຢາມກອງ​ທັບ​ໃນ​ໂອ​ກາດ​ບຸນ​ກຸດ​ຈີນຈະມາ​ເຖິງ

Jan 26, 2025

ເນື່ອງ​ໃນ​ໂອ​ກາດ​ບຸນ​ກຸດ​ຈີນ ບຸນ​ປະ​ເພ​ນີ​ຂອງ​ປະ​ຊາ​ຊາດ​ຈີນ​ຈະມາ​ເຖິງ, ວັນ​ທີ 24 ມັງ​ກອນນີ້, ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້ເຄື່ອນໄຫວກວດ​ກາ ແລະ ຢ້ຽມ​ຢາມ​ເຂດ​ທະ​ຫານ​ພາກ​ເໜືອ​ຈີນ, ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວຕໍ່​ນາຍ ແລະ ພົນ​ທະ​ຫານ​ຂັ້ນ​ພື້ນ​ຖານຜ່ານ​ທາງວິ​ດີ​ໂອ, ກວດ​ກາ​ສະ​ພາບ​ກຽມ​ພ້ອມ​ສູ້​ຮົບ ແລະ ສະ​ພາບ​ການປະ​ຕິ​ບັດ​ໜ້າ​ທີ່​ຂອງກຳລັງທະ​ຫານ.
ພ້ອມ​ທັງ​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ ແລະ ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ, ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ ແລະ ຄວາມ​ອວຍ​ພອນ​ປີ​ໃໝ່​ຕໍ່ນາຍ ແລະ ພົນ​ທະ​ຫານ​ທັງ​ໝົດ​ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ, ນາຍ ແລະ ພົນ​ທະ​ຫານ​ຂອງກຳ​ລັງ​ຕຳ​ຫຼວດ​ປະ​ກອບ​ອາ​ວຸດ, ພະ​ນັກ​ງານ​ທົ່ວ​ໄປ​ຂອງກໍາລັງທະ​ຫານ, ທະ​ຫານ​ກະ​ກຽມ ແລະ ທະ​ຫານ​ລາດ.
Cr. CMG