ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈັບສາຫັດ 14 ຄົນ ​ຈາກອຸບັດຕິເຫດລົດເມຕໍາຕົ້ນໄມ້ທີ່ເມືອງລະຄອນເພັງ

Jan 26, 2025

ເວລາປະມານ 5 ໂມງເຊົ້າຂອງ ວັນທີ 26 ມັງກອນ 2025 ນີ້, ເກີດເຫດລົດເມໂດຍສານວຽງຈັນ​ – ປາກເຊ ເສຍຫຼັກລົງຂ້າງທາງ ໄປຕໍາໃສ່ຕົ້ນໄມ້ໃຫຍ່.ຢູ່ບ້ານພູດາວແຈ້ງໃຫຍ່ ເມືອງລະຄອນເພັງ, ແຂວງສາລະວັນ.
ພາຍຫຼັງໄດ້ຮັບຮູ້ຂ່າວ,​ ການນໍາແຂວງ​ຈໍາປາສັກ​ ໄດ້ຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ​ ທີມງານແພດໝໍ​ ໂຮງໝໍແຂວງ​ ເອົາໃຈໃສ່​ ເພື່ອເຮັດໃຫ້ຄົນເຈັບເຂົ້າເຖິງການດູແລ​ປິ່ນປົວ​.​ ສໍາລັບຄົນເຈັບໜັກທີ່ຕ້ອງການສົ່ງຕໍ່,​ ໂຮງໝໍແຂວງຈໍາປາສັກ ໄດ້ສົ່ງຕໍ່ໂຮງໝໍແຂວງອຸບົນ​ຣາຊະ​ທາ​ນີ​, ປະເທດໄທ​.​
ໃນເວລາ 8​ ໂມງ, ອີງຕາມຂໍ້ມູນເບື້ອງຕົ້ນ ມີຜູ້ບາດເຈັບເຂົ້າມາສຸກເສີນໂຮງໝໍແຂວງຈໍາປາສັກ 29 ຄົນ,​ ໃນນັ້ນ​ ມີຕ່າງປະເທດ 25 ຄົນ,​ ເຈັບສາຫັດ 14 ຄົນ.
ພາຍຫຼັງພາກສ່ວນກ່ຽວຂ້ອງສະຫຼຸບເຫດການລະອຽດ ຈະລາຍງານໃຫ້ຊາບ​ຕື່ມອີກ.​
ຂ່າວ​: ທູນທອງໃຈ​
ພາບ: ເພຈກູ້ໄພ​ອົງການ​ກາແດງ​ແຂວງຈໍາປາສັກ