ຄວາມຄືບໜ້າ ເຫດລົດເມໂດຍສານເກີດອຸບັດຕິເຫດຕໍາຕົ້ນໄມ້ໃຫຍ່ ເສຍຊິວິດຄາທີ່ 1 ຄົນ

ອີງຕາມຂໍ້ມູນຈາກໜັງສືພິມຈໍາປາໃໝ່ ລາຍງານຫລ້າສຸດກ່ຽວກັບເຫດການລົດເມໂດຍສານ ວຽງຈັນ – ປາກເຊ ເສຍຫຼັກ ລົງຂ້າງທາງໄປຕໍາໃສ່ຕົ້ນໄມ້ໃຫຍ່ຢູ່ເຂດບ້ານໜອງສະໂນ, ເມືອງລະຄອນເພັງ, ແຂວງສາລະວັນ ໃນວັນທີ 26 ມັງກອນ 2025 ໂດຍອ້າງອີງຈາກການງາຍຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງສາລະວັນ ໃຫ້ຮູ້ວ່າ: ເຫດການດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ (ເພດຊາຍ), ບາດເຈັບທັງໝົດ 43 ຄົນ, ຍິງ 13 ຄົນ, ໃນນັ້ນ ຄົນລາວ 14 ຄົນ, ຍິງ 1 ຄົນ, ແລະ ຕ່າງປະເທດ 29 ຄົນ, ຍິງ 12 ຄົນ.




