ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແລກປ່ຽນວຽກງານຄຸ້ມຄອງຊາຍແດນ ລະຫວ່າງ 3 ກອງບັນຊາການ ປກສ ຂອງລາວກັບກອງບັນຊາການຕຳຫຼວດຄຸ້ມຄອງຊາຍແດນກິ່ງແຂວງສິບສອງພັນນາ

Jan 27, 2025

ແລກປ່ຽນວຽກງານຄຸ້ມຄອງຊາຍແດນ ລະຫວ່າງ 3 ກອງບັນຊາການ ປກສ ຂອງລາວກັບກອງບັນຊາການຕຳຫຼວດຄຸ້ມຄອງຊາຍແດນກິ່ງແຂວງສິບສອງພັນນາ
ກອງປະຊຸມພົບປະແລກປ່ຽນວຽກງານຄຸ້ມຄອງຊາຍແດນ ລະຫວ່າງ ກອງບັນຊາການ ປກສ 3 ແຂວງພາກເໜືອ (ແຂວງອຸດົມໄຊ, ຜົ້ງສາລີ ແລະ ຫຼວງນ້ຳທາ) ແຫ່ງ ສປປ ລາວ ກັບ ກອງບັນຊາການຕຳຫຼວດຄຸ້ມຄອງຊາຍແດນ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2025 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ໂດຍມີ ພົຈວ ສີວອນ ໄຊຍະວົງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະຜູ້ແທນກອງບັນຊາ ການປ້ອງກັນຄວາມສະຫງົບ 03 ແຂວງຄື: ອຸດົມໄຊ, ຜົ້ງສາລີ ແລະ ຫຼວງນໍ້າທາ, ມີ ພົຕ ເຊິນວຸນຫວູ ຫົວໜ້າກອງບັນຊາການຕຳຫຼວດຄຸ້ມຄອງຊາຍແດນ ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ແຫ່ງ ສປ ຈີນ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
ສອງຝ່າຍ ໄດ້ຕີລາຄາຄືນໝາກຜົນສະພາບການຈັດຕັ້ງປະຕິ ບັດໜ້າທີ່ວຽກງານວິຊາສະເພາະ, ການຮ່ວມມືໄລຍະ 1 ປີຜ່ານ ມາ, ເຊິ່ງ 3 ແຂວງ ມີເສັ້ນຊາຍແດນຕິດຈອດກັບ ສປ ຈີນ ທັງ ໝົດ 509,7 ກິໂລແມັດ, ມີ 104 ຫຼັກໝາຍ, ມີດ່ານກວດກາ ຄົນເຂົ້າ-ອອກເມືອງ 09 ດ່ານ ໃນນີ້ມີດ່ານສາກົນ 03 ດ່ານ, ດ່ານທ່ອງຖິ່ນ 02 ດ່ານ ແລະ ດ່ານປະເພນີ 04 ດ່ານ ເຊິ່ງເປັນບ່ອນບໍລິການ ອໍານວຍຄວາມສະດວກ ແລະ ສ້າງເງື່ອນໄຂໃຫ້ແກ່ພາກລັດ ແລະ ປະຊາຊົນສອງຊາດ ໃນການເຂົ້າ-ອອກເມືອງ ເພື່ອໄປເຮັດວຽກທາງການ, ຢ້ຽມຢາມ, ທ່ອງທ່ຽວ, ໄປປີ່ນປົວພະຍາດ ແລະ ດຳເນີນກິດຈະການອື່ນໆ.
1 ປີຜ່ານມາ ມີຄົນເຂົ້າ-ອອກເມືອງ ທັງໝົດ 1.793.058 ເທື່ອຄົນ, ພາຫະນະເຂົ້າ-ອອກເມືອງ 281.359 ຄັນ, ມີລົດໄຟລາວ-ຈີນ ເຂົ້າ-ອອກ 4.283 ຖ້ຽວ, ສະເພາະສາມແຂວງ ມີພົນລະເມືອງຈີນ ທີ່ເຂົ້າມາອາໄສພັກເຊົາປະກອບອາຊີບດຳເນີນທຸລະກິດ, ຄ້າຂາຍ ຖືກຕ້ອງຕາມກົດໝາຍ 6.068 ຄົນ, ຍິງ 678 ຄົນ.
ຄຽງຄູ່ກັນນັ້ນຍັງມີກຸ່ມຄົນຈຳນວນໜຶ່ງໄດ້ເຂົ້າມາເຄື່ອນໄຫວກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆຢູ່ 3 ແຂວງ, ສາມາດມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 354 ລາຍ, ຜູ້ຖືກຫາ 458 ຄົນ, ຕ່າງປະເທດ 16 ຄົນ, ຍຶດເຄື່ອງຂອງກາງຢາເສບຕິດປະເພດ ຢາບ້າໄດ້ 881.033 ເມັດ, ນໍ້າໜັກ 81,6 ກິໂລກຣາມ, ເຮໂຣອິນ 2,8 ກິໂລກຣາມ, ຢາຝິ່ນ 27,08 ກິໂລກຣາມ, ຢາສູບໄຟຟ້າ 48 ກອກ ແລະ ເຄື່ອງຂອງກາງອື່ນໆອີກ.
ນອກນີ້ຍັງໄດ້ຮ່ວມກັນເຄື່ອນໄຫວກວດກາຫຼັກໝາຍຊາຍ ແດນ ລາວ-ຈີນ, ຈີນ-ລາວ ຈຳນວນ 13 ຄັ້ງ, ເຂົ້າຮ່ວມປະຊຸມ ແລະ ລາດຕະເວນທາງນ້ຳ-ທາງບົກ ແລະ ປາບປາມຕ້ານກໍ່ອາຊະ ຍາກຳຂ້າມຊາດທີ່ຜິດກົດໝາຍຕື່ມອີກ.ທັງສອງຝ່າຍຍັງເຫັນດີ ພ້ອມກັນສືບຕໍ່ຮ່ວມມືຕາມກົນໄກປະສານງານ ຮ່ວມມືສອງຝ່າຍລາວ-ຈີນ,ຈີນ-ລາວ ສະເໝີຕົ້ນສະເໝີປາຍ; ສືບຕໍ່ໃນການເຮັດ ວຽກງານໂຄສະນາໃຫ້ປະຊາຊົນພົນລະເມືອງຂອງສອງຝ່າຍ ໃນການປະຕິບັດລະບຽບກົດໝາຍ ການເຂົ້າ-ອອກ ເມືອງ, ຕ້ານອາຊະຍາກໍາຂ້າມຊາຍແດນ ແລະ ອື່ນໆ ໃຫ້ໄດ້ດີກວ່າເກົ່າ.
Cr. ຮອ ສຸລິຍາ ພິລາວົງ ປກສ