ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຄັ້ງທີ IX ອົງຄະນະພັກເມືອງອຸທຸມພອນ

Jan 27, 2025

ໄຂກອງປະຊຸມໃຫຍ່ຄັ້ງທີ IX ອົງຄະນະພັກເມືອງອຸທຸມພອນ
ກອງປະຊຸມໃຫຍ່ຄັ້ງທີ IX ອົງຄະນະພັກເມືອງອຸທຸມພອນ, ແຂວງສະຫວັນນະເຂດ ໄຂຂື້ນຢ່າງເປັນທາງການໃນວັນທີ 27ມັງກອນ 2025 ທີ່ສະໂມສອນຂອງເມືອງໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ທອງໃສ ໄຊຍະວົງຄໍາດີ ກໍາມະການພັກແຂວງ,ເລຂາພັກເມືອງ ເຈົ້າເມືອງອຸທຸມພອນ.
ສະຫາຍ ທອງໃສ ໄຊຍະວົງຄໍາດີ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ສະຫາຍ ໂພໄຊ ອິນທະວົງສາ ຮອງເລຂາພັກເມືອງ,ຜູ້ຊີ້ນໍາວຽກພັກ-ພະນັກງານ ໄດ້ຜ່ານບົດລາຍງານການເມືອງຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງ ຕະຫຼອດໄລຍະ 05 ປີທີ່ຜ່ານມາ,ເຊິ່ງໃນນີ້ມີທັງກາລະໂອກາດ ແລະ ສິ່ງເອື້ອອໍານວຍຄວາມສະດວກຫຼາຍດ້ານເປັນຕົ້ນ: ລະບົບການເມືອງມີສະຖຽນລະພາບ,ມີຄວາມໜັກແໜ້ນ,ເຂັ້ມແຂງ,ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ.
ຈາກນັ້ນ ສະຫາຍ ຄໍາພົງ ສຸລິເຍດ ກໍາມະການພັກເມືອງ,ຮອງເຈົ້າເມືອງ ໄດ້ລາຍ ງານຕໍ່ກອງປະຊຸມ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ. ສະຫາຍໃຫ້ຮູ້ວ່າ: ໃນໄລຍະຜ່ານມາເຫັນວ່າ ດ້ານໂຄງປະກອບທາງດ້ານເສດຖະກິດໄດ້ດໍາເນີນໄປຖືກທິດ ແລະ ຂະຫຍາຍຕົວຕໍ່ເນື່ອງ ສະເລ່ຍ 5,2% ຕໍ່ປີ,ລວມຍອດຜະລິດຕະ ພັນພາຍໃນ ( GDP) ບັນລຸໄດ້ 10.072 ກວ່າຕື້ກີບ,ສະເລ່ຍຕໍ່ຫົວຄົນ 21 ລ້ານກວ່າກີບ/ຄົນ/ປີ, ທົ່ວເມືອງສາມາດຜະລິດເຂົ້າເປືອກໄດ້ 289.349 ໂຕນ, ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ຮັບເຂົ້າເປືອກ 582 ກິໂລ/ຄົນ/ປີ,ປູກພຶດສະບຽງອາຫານບັນລຸ 13.439 ກວ່າໂຕນ,ການລ້ຽງສັດ ແລະ ການປະມົງ,ທົ່ວເມືອງມີສັດລ້ຽງສະສົມທັງໝົດ 281.967 ໂຕ.
ຜູ້ແທນກອງປະຊຸມ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ, ໃນນີ້ມີການປະກອບຄໍາເຫັນຈາກຕາງໜ້າຂົງເຂດ ປກຊ-ປກສ,ຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ,ຕາງໜ້າໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ, ຕາງໜ້າຄອບຄົວຕົວແບບການປູກເຂົ້າ-ຫຍ້າ ແລະ ລ້ຽງງົວ,ການລ້ຽງປາໃສ່ນາເຂົ້າ,ນອກນັ້ນກໍ່ມີເມືອງຈໍາພອນ ແລະ ເມືອງໄຊບູລີ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ.
ກອງປະຊຸມຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງອຸທຸມພອນ ຊຸດທີ IX .
ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 2 ວັນ ຈິ່ງຈະສໍາເລັດ.
Cr. ບຸນຊູ ພົມມະເທບ