ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍຶດເບຍລັກລອບນຳເຂົ້າບໍ່ຖືກກົດໝາຍ ແລະ ບໍ່ຮູ້ທີ່ມາ 2,483 ແກັດ

Jan 27, 2025

ຍຶດເບຍລັກລອບນຳເຂົ້າບໍ່ຖືກກົດໝາຍ ແລະ ບໍ່ຮູ້ທີ່ມາ 2,483 ແກັດ
ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ລາຍງານໃນວັນທີ 27 ມັງກອນ 2025 ວ່າ: ໃນໄລຍະປີໃໝ່ສາກົນຜ່ານມາ, ຕາມການຕິດຕາມຂອງເຈົ້າໜ້າທີ່ການຄ້າ ແລະ ຕາມການສ່ອງແສງ ແລະ ຫາງສຽງຈາກສັງຄົມ ໃຫ້ຮູ້ວ່າ: ມີການໂຄສະນາຂາຍ ແລະ ນຳເຂົ້າສິນຄ້າປະເພດເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າອື່ນໆ ຈາກຕ່າງປະເທດມາຈຳໜ່າຍຢູ່ພາຍໃນປະເທດທີ່ບໍ່ຖືກຕ້ອງຕາມລະບຽບການ ເຊັ່ນ: ບໍ່ຕິດສະແຕັມພາສີ, ບໍ່ຕິດສະຫຼາກສິນຄ້າເປັນພາສາລາວ ແລະ ບໍ່ມີເອກະສານຢັ້ງຢືນທີ່ມາ ຫລື ກ່ຽວກັບສິນຄ້າ ເຊິ່ງອາດຈະເປັນສິນຄ້າປອມແປງລອກຮຽນແບບ ຖ້າມີການບໍລິໂພກອາດຈະເປັນອັນຕະລາຍຕໍ່ກັບສຸຂະພາບຂອງຜູ້ຊົມໃຊ້.
ຜ່ານມາ ເຈົ້າໜ້າທີ່ການຄ້າໃນຂອບເຂດທົ່ວປະເທດ ໄດ້ລົງກວດກາ ແລະ ຍຶດ ສິນຄ້າປະເພດ ເບຍ ທີ່ນຳເຂົ້າມາບໍ່ຖືກຕ້ອງຈາກຕ່າງປະເທດ ແລະ ວາງຈຳໜ່າຍຢູ່ຕາມຮ້ານຄ້າທົ່ວໄປ ເຊິ່ງພົບເຫັນວ່າ: ມີການລັກລອບນຳເຂົ້າໂດຍຊຸກເຊື່ອງມາຕາມລົດຂົນສົ່ງສິນຄ້າ ແລະ ລົດໂດຍສານລະຫວ່າງປະເທດ, ຜ່ານມາສາມາດຍຶດເບຍ steen ໄດ້ຈຳນວນ 2,483 ແກັດ ແລະ ໄດ້ດໍາເນີນຄະດີຕໍ່ກັບເຈົ້າຂອງສິນຄ້າຕາມ ກົດໝາຍ ແລະ ລະບຽບການ.
ດັ່ງນັ້ນ, ຕໍ່ສະພາບການດັ່ງກ່າວ ເຈົ້າໜ້າທີ່ການຄ້າຈະໄດ້ສືບຕໍ່ລົງຕິດຕາມກວດກາ, ຖ້າຫາກກວດພົບເຫັນວ່າ: ຮ້ານຄ້າ, ມິນິມາກ, ຊຸບເປີ້ມາແກັດ, ຜູ້ປະກອບການນຳເຂົ້າ-ສົ່ງອອກ ແລະ ຜູ້ປະການອື່ນໆ… ຫາກຍັງມີການນຳເຂົ້າ ແລະ ຈຳໜ່າຍ ສິນ ຄ້າປະເພດ ເບຍ, ເຫຼົ້າ, ວາຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າອື່ນໆຈາກຕ່າງປະເທດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ຈະຖືກຍຶດ, ອາຍັດ ແລະ ປັບໃໝ ພ້ອມທັງດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການ ຕໍ່ກັບເຈົ້າຂອງຮ້ານຄ້າ ຫຼື ເຈົ້າຂອງສິນຄ້າດັ່ງກ່າວ.
ທີ່ມາ: ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ