ສຶກສາຄວາມເປັນໄປໃນການພັດທະນາລະບົບບຳບັດນ້ຳເປື້ອນຢູ່ນະຄອນຫຼວງວຽງຈັນ

ເມື່ອບໍ່ດົນມານີ້, ກະຊວງໂຍທາ ແລະ ຂົນສົ່ງຂອງລາວ ຮ່ວມກັບ ກະຊວງເສດ ຖະກິດ ແລະ ການເງິນ ສ. ເກົາຫລີ ຈັດສໍາມະນາ ແລະ ເປີດໂຄງການແບ່ງປັນຄວາມຮູ້ (KSP) ພາຍໃຕ້ຫົວຂໍ້: “ການສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບບຳບັດນ້ຳເປື້ອນໃນນະຄອນຫລວງວຽງຈັນ (ນວ). ມີ ທ່ານ ໄຊສົງຄາມ ມະໂນທຳ ຮອງລັດຖະມົນຕີ ກະຊວງໂຍທາ ແລະ ຂົນສົ່ງ ຂອງລາວ, ທ່ານ ຄິມ ຮວາດອງ ທີ່ປຶກສາອາວຸໂສ ແລະ ອະດີດ ຫົວໜ້າບໍລິຫານ ບໍລິສັດ Korea Minting, Security , Printing & ID Card Operating Corporation ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບແຜນການພັດທະນາລະບົບການບຳ ບັດນ້ຳເປື້ອນຂອງລາວ ແລະ ສະພາບພື້ນຖານໂຄງລ່າງຂອງນ້ຳເປື້ອນໃນນະຄອນ ຫລວງວຽງຈັນ.
ການສຳມະນາຄັ້ງນີ້, ເປັນຂີດໝາຍສຳຄັນ ແນໃສ່ຮັບມືກັບສິ່ງທ້າທາຍໃນການຄຸ້ມຄອງນ້ຳ ເປື້ອນໃນລາວ ເຊິ່ງໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາຫລີ ແລະ ຈັດຕັ້ງປະຕິບັດໂດຍ ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA). ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ເພື່ອປັບປຸງພື້ນຖານໂຄງລ່າງ ການບຳບັດນ້ຳເປື້ອນໃນລາວ, ປັບປຸງຊີວິດການເປັນຢູ່, ຊຸກຍູ້ການພັດທະນາຕົວເມືອງແບບຍືນຍົງ ແລະ ສະໜັບສະໜູນການເຕີບໂຕດ້ານສິ່ງແວດລ້ອມ ແລະ ເສດຖະກິດ ໃນໄລຍະຍາວຂອງປະເທດ.
ທ່ານ ຄິມ ຮວາດອງ ໄດ້ເນັ້ນເຖິງຜົນດີທີ່ຈະໄດ້ຮັບເມື່ອການພັດທະນາລະບົບບຳບັດນ້ຳ ເປື້ອນໃນ ລາວທີ່ຈະໄດ້ຮັບການພັດທະນາດີຂຶ້ນ. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງໂຄງການນີ້ຕໍ່ເສດຖະກິດ, ເພີ່ມທະວີຄວາມຜາສຸກຂອງພົນລະເມືອງ ແລະ ຈະ ສາມາດດຶງດູດນັກທ່ອງທ່ຽວເຂົ້າມານະຄອນຫລວງວຽງຈັນ ນັບມື້ນັບຫລາຍຂຶ້ນ. ການສຶກສາຄວາມເປັນໄປໄດ້ນີ້, ຍັງຊ່ວຍໃຫ້ລັດຖະບານລາວ ສາມາດຊອກທຶນຈາກກອງທຶນການຮ່ວມມືພັດ ທະນາເສດຖະກິດຂອງ ສ. ເກົາຫລີ (EDCF) ເພື່ອນຳມາຈັດຕັ້ງປະຕິບັດໂຄງການ.
ໂຄງການດັ່ງກ່າວ, ໄດ້ຈັດຕັ້ງປະຕິບັດໂດຍທີມງານຈາກ ສ ເກົາຫລີ ເຊິ່ງລວມມີ: ວິທະຍາໄລຮັນນຳ, ສະຖາບັນເຕັກໂນໂລຊີແຫ່ງຊາດ ຄູໂມ ແລະ QIV Corporation ແລະ ນໍາພາໂດຍ ທ່ານ ຄິມ ຄອນຮາ (Kim Geon-Ha) ຜູ້ຊ່ຽວຊານດ້ານການຄຸ້ມຄອງ ນໍ້າເປື້ອນທີ່ ມີປະສົບ ການ ຫລາຍກວ່າ 30 ປີ ໂດຍທ່ານໄດ້ສະເໜີໂຄງຮ່າງການຈັດຕັ້ງປະຕິບັດໂຄງການ, ລວມທັງກິດຈະກໍາທີ່ສໍາຄັນ, ຜົນໄດ້ຮັບທີ່ຄາດການໄວ້ ແລະ ວິທີການຄົ້ນຄວ້າເປັນແຕ່ລະຂັ້ນຕອນ.
ພ້ອມນີ້, ທ່ານ ພາກ ຈອງຄິວ ຜູ້ອຳນວຍການອົງການ KOTRA ນະຄອນຫລວງວຽງຈັນ ໄດ້ເນັ້ນເຖິງຄວາມສາມາດບົ່ມຊ້ອນຂອງໂຄງການຕໍ່ການພັດທະນາເສດຖະ ກິດ ວ່າ: ໂຄງການນີ້, ຈະເປັນຕົວຊ່ວຍໃນການຮັບປະກັນການສະໜອງທຶນເພີ່ມ ເຕີມ ໂດຍຜ່ານ ໂປແກຣມ ການຮ່ວມມືດ້ານນະວັດຕະກຳເພື່ອເສດຖະກິດ (EIPP) ຫລື EDCF ໂດຍທ່ານໄດ້ອະທິບາຍກ່ຽວກັບບົດ ບາດຂອງໂຄງການຕໍ່ ການປັບປຸງມາດຕະຖານ ດ້ານຊີວິດການເປັນຢູ່ໃນເຂດຕົວເມືອງ, ສົ່ງເສີມການທ່ອງທ່ຽວ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ ສ ເກົາຫລີ ແລະ ສປປ ລາວ.
ໂຄງການ KSP ມີຈຸດປະສົງເພື່ອວາງພື້ນຖານການຄຸ້ມຄອງນ້ຳເປື້ອນແບບຍືນຍົງໃນລາວ ໂດຍການນຳໃຊ້ເຕັກໂນໂລຊີບຳບັດນ້ຳທີ່ກ້າວໜ້າຂອງ ສ ເກົາຫລີ.
ນອກນັ້ນ, ຍັງໄດ້ລວມເອົາບັນ ດາໂຄງການສ້າງຂີດຄວາມສາມາດ ທີ່ອອກແບບມາເພື່ອໃຫ້ພະນັກງານລາວ ມີທັກສະທີ່ຈຳເປັນໃນການຄຸ້ມຄອງລະບົບທີ່ມີປະສິດທິພາບທັງໃນລະສູນກາງ ແລະ ທ້ອງຖິ່ນ. ຄາດວ່າໂຄງການຈະສາມາດປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໃນນະຄອນຫລວງວຽງຈັນ, ພ້ອມທັງປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ຄວາມໝັ້ນຄົງດ້ານສິ່ງແວດ ລ້ອມ.



