ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ໄຟໄໝ້ລາມປ່າເກີດຂຶ້ນທຸກປີ ສ້າງຄວາມເສຍຫາຍຕໍ່ຊັບພະຍາກອນປ່າໄມ້, ມົນລະພິດທາງອາກາດ ແລະ ສິ່ງແວດລ້ອມ. ສຳລັບປີ 2024 ສະພາບເຫດການໄຟໄໝ້ລາມປ່າ ເກີດຂຶ້ນຫລາຍທີ່ສຸດ ໃນເດືອນມີນາ ຫາເດືອນເມສາ ສ່ວນໃຫຍ່ແມ່ນຢູ່ບັນດາແຂວງພາກເໜືອ. ສະນັ້ນ, ເພື່ອສະກັດກັນໄຟໄໝ້ລາມປ່າທີ່ອາດຈະເກີດຂຶ້ນໃນປີ 2025 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ແຕ່ງຕັ້ງຄະນະຮັບຜິດຊີ້ນໍາລວມ, ຄະນະວິຊາການ ແລະ ຈັດຕັ້ງກໍາລັງສາມອົງການຈັດຕັ້ງມະຫາຊົນ ຂອງກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສະກັດກັ້ນ, ຄວບຄຸມ ແລະ ດັບມອດໄຟໄໝ້ລາມປ່າ ໃນແຕ່ລະພື້ນທີ່; ສົມທົບກັບ ກຳລັງ ປກສ, ປກຊ, ອົງການປົກຄອງທ້ອງຖິ່ນ, ອາສາສະໝັກກູ້ໄພ ແລະ ປະຊາຊົນ ເພື່ອຈັດສັນຈຳນວນພົນ ແລະ ອຸປະກອນທີ່ຈຳເປັນເຂົ້າຊ່ວຍໃນການຄວບຄຸມ ແລະ ດັບມອດໄຟຢູ່ຈຸດທີ່ມີຄວາມສ່ຽງ ທີ່ຈະເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.
ນອກນີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄໍາສັ່ງກ່ຽວກັບການເພີ່ມທະວີ ຄວາມຮັບຜິດ ຊອບສະກັດກັ້ນ ໄຟໄໝ້ລາມປ່າ ແລະ ການຖາງປ່າເຮັດໄຮ່, ບຸກເບີກເນື້ອທີ່ປ່າໄມ້ ເພື່ອທຳການຜະລິດ ຢ່າງເປັນຮູບປະທຳ, ເປັນເອກະພາບ, ມີປະສິດທິຜົນສູງ ແລະ ທັນກັບສະພາບການ; ຫັນພະນັກງານລົງເຮັດວຽກຢູ່ທ້ອງຖິ່ນ ໂດຍສະເພາະພື້ນທີ່ໆ ມີຄວາມຫລໍ່ແຫລມ ແລະ ມີຄວາມສ່ຽງ ຕໍ່ກັບການບຸກລຸກ ແລະ ທຳລາຍປ່າໄມ້; ແຈກຢາຍ ແລະ ໂຄສະນາຄໍາແນະນໍາ ການປ້ອງກັນໄຟໄໝ້ລາມປ່າ; ສືບຕໍ່ດໍາເນີນການຈັດສັນພື້ນທີ່ 3 ປະເພດປ່າ (ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ) ໃນຂອບເຂດທົ່ວປະເທດ, ປັກຫລັກໝາຍຂອບເຂດຊາຍແດນທີ່ດິນປ່າໄມ້, ຕິດປ້າຍຫ້າມຕ່າງໆ ໃສ່ພື້ນທີ່ດິນປ່າໄມ້ ທີ່ມີຄວາມສ່ຽງຕໍ່ການບຸກລຸກ ແລະ ທຳລາຍ; ເພີ່ມທະວີການກວດກາລາດຕະເວນໃນຂອບເຂດທີ່ດິນປ່າໄມ້ເພື່ອສະກັດກັ້ນບໍ່ໃຫ້ປະຊາຊົນ, ນິຕິບຸກຄົນ ເຂົ້າໄປບຸກລຸກ, ບຸກເບີກ, ຈັບຈອງທີ່ດິນປ່າໄມ້, ຂຸດຄົ້ນໄມ້ ຫລືກິດຈະກຳອື່ນໆ ທີ່ກໍໃຫ້ເກີດໄຟໄໝ້ລາມປ່າ; ກໍລະນີຫາກລະເມີດ ຕ້ອງໄດ້ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ທັງນີ້, ກໍເພື່ອປົກປັກຮັກສາປ່າໄມ້ ບໍ່ໃຫ້ຖືກທຳລາຍ ຄືນຄວາມສົມດູນ ໃຫ້ຊັບພະຍາກອນປ່າໄມ້.



