ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ສ້າງວຽກເຮັດງານທຳໃຫ້ປະຊາຊົນ 9,500 ກ່ວາຄົນ

Jan 27, 2025

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ເຂດເສດຖະກິດພິເສດ ຢູ່ນະຄອນຫລວງວຽງຈັນ ມີທັງໝົດ 5 ເຂດ ມີເນື້ອທີ່ທັງໝົດຕາມສັນຍາສຳປະທານ 2.360 ເຮັກຕາ, ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 276 ບໍລິສັດ (ຕ່າງປະທດ 211 ບໍລິສັດ, ພາຍໃນ 43 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 22 ບໍລິສັດ), ມີແຮງງານທັງໝົດ 9.546 ຄົນ. ໃນນັ້ນ, ແຮງງານລາວ 6.603 ຄົນ, ແຮງງານຕ່າງປະເທດ 2.971 ຄົນ ເຊິ່ງຜະລິດຕະພັນສິນຄ້າທີ່ບັນ ດາໂຮງງານພາຍໃນເຂດຜະລິດ ປະກອບມີ: ເຄື່ອງເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ອຸປະກອນການແພດ, ຜະລິດຕະພັນຢາ, ຜະລິດຕະພັນເຄື່ອງໃຊ້ໄຟຟ້າ, ຫົວອາຫານສັດ, ນ້ຳມັນເຊື້ອໄຟ, ຜະລິດຕະພັນອາຫານສຳເລັດຮູບ-ເຄື່ອງດື່ມ ແລະ ອື່ນໆ.
ສະເພາະ ເຂດພັດທະນາກວມລວມໄຊເຊດຖາ ແມ່ນພັດທະນາແບບກວມລວມຄົບວົງຈອນ ທີ່ປະກອບດ້ວຍເຂດອຸດສາຫະກຳທັນສະໄໝ, ເຂດການຄ້າ-ການບໍລິການ ແລະ ການຂົນສົ່ງ LOGISTIC, ເຂດດັ່ງກ່າວ, ສ້າງຂຶ້ນໃນປີ 2010 ບົນພື້ນຖານຂອງການປະຕິບັດຕາມຂອບສັນຍາວ່າດ້ວຍການຮ່ວມທຶນ ລະຫວ່າງ ລັດຖະບານ ສປປ ລາວ ກັບ ລັດຖະບານ ສປ ຈີນ. ພ້ອມນີ້, ຍັງໄດ້ກໍານົດເອົາເຂດພັດທະນາກວມລວມໄຊເຊດຖາ ເປັນເຂດຮ່ວມມືລະຫວ່າງ 2 ລັດຖະບານ ລາວ-ຈີນ ໂດຍມອບໃຫ້ອໍານາດການປົກຄອງ ນະຄອນຫລວງວຽງຈັນ ເປັນຕົວແທນລັດຖະບານ ສປປ ລາວ ຖືຫຸ້ນ 25% ແລະ ບໍລິສັດລົງທຶນຕ່າງປະເທດແຂວງຢຸນນານ, ສປ ຈີນ ຖືຮຸ້ນ 75% ຮ່ວມກັນພັດທະນາ. ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນ, ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 155 ບໍລິສັດ (ຕ່າງປະທດ 128 ບໍລິສັດ, ພາຍໃນ 19 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 8 ບໍລິສັດ), ມີທຶນທັງໝົດ 2,8 ຕື້ກວ່າໂດລາສະຫະລັດ, ມີທຶນຈົດທະບຽນ 595 ລ້ານກວ່າໂດລາສະຫະ ລັດ ແລະ ມີການລົງທຶນຕົວຈິງໄປແລ້ວ 2,3 ຕື້ກວ່າໂດລາສະຫະລັດ, ສາມາດປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ 262 ຕື້ກວ່າກີບ, ການນຳເຂົ້າສິນຄ້າມີມູນຄ່າ 4,2 ຕື້ກວ່າໂດລາສະຫະລັດ ແລະ ສົ່ງອອກສິນຄ້າມີມູນຄ່າ 599 ລ້ານກວ່າໂດລາສະຫະລັດ.
ສະເພາະປີ 2024 ມີບໍລິສັດສ້າງຕັ້ງໃໝ່ 25 ບໍລິສັດ. ໃນນັ້ນ, ຕ່າງປະເທດ 18 ບໍລິສັດ, ພາຍໃນ 5 ບໍລິສັດ ແລະ ພາຍໃນ+ຕ່າງປະເທດ 2 ບໍລິສັດ, ມີທຶນທັງໝົດ 309 ລ້ານກວ່າໂດລາສະຫະລັດ ແລະ ທຶນຈົດທະບຽນ 152 ລ້ານກວ່າໂດລາສະຫະລັດ, ມີມູນຄ່າການລົງທຶນຕົວຈິງ 72 ລ້ານກວ່າໂດລາສະຫະລັດ; ປະຕິບັດພັນທະອາກອນເຂົ້າງົບປະມານລັດໄດ້ 58 ຕື້ກວ່າກີບ; ນໍາເຂົ້າສິນຄ້າມູນຄ່າ 402 ລ້ານກວ່າໂດລາສະຫະລັດ ແລະ ສົ່ງອອກສິນຄ້າມູນຄ່າ 245 ລ້ານກວ່າໂດລາສະຫະລັດ, ມີແຮງງານທັງໝົດ 7.520 ຄົນ. ໃນນັ້ນ, ຄົນລາວ 4.721 ຄົນ ແລະ ຕ່າງປະເທດ 2.827 ຄົນ.
May be an image of 6 people and text