ຕອນເຊົ້າວັນທີ 27 ມັງກອນນີ້, ຄະນະກຳມະການສູນກາງພັກຄອມມູນິດຈີນ, ຄະນະລັດຖະບານຈີນໄດ້ຈັດງານອວຍພອນປີໃໝ່ຈີນ ຫລື ບຸນກຸດຈີນປີ 2025 ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ,ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສໂດຍຕາງໜ້າສູນກາງພັກແລະລັດຖະບານຈີນ ອວຍພອນປີໃໝ່ຕໍ່ປະຊາຊົນບັນດາເຜົ່າທົ່ວປະເທດ, ພີ່ນ້ອງຮ່ວມຊາດເຂດບໍລິຫານພິເສດຮົງກົງ, ພີ່ນ້ອງຮ່ວມຊາດເຂດບໍລິຫານພິເສດມາເກົາ, ພີ່ນ້ອງຮ່ວມຊາດໄຕ້ຫວັນ ແລະ ຊາວຈີນຕ່າງດ້າວ.
ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ເປັນປະທານງານອວຍພອນປີໃໝ່, ທ່ານ ຈ້າວເລີ້ຈີ້, ທ່ານ ວາງຮູ້ນີງ, ທ່ານ ໄຊ້ຊີ, ທ່ານ ຕີ່ງເຊ່ຍຊຽງ, ທ່ານ ຫຼີຊີ່, ທ່ານ ຮານເຈີ້ງ ແລະ ຜູ້ນຳທ່ານອື່ນໆໄດ້ເຂົ້າຮ່ວມ.
Cr. CMG



