ພິທີເປີດນຳໃຊ້ຫ້ອງການ ສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ຫລັງໃໝ່ ຈັດຂຶ້ນວັນທີ 24 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ທ່ານ ຢາວປິ່ງ ປະທານສະພາການຄ້າຊາວຈີນຕ່າງດ້າວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຢາວປິ່ງ ໄດ້ໃຫ້ຮູ້ວ່າ: ການເປີດຫ້ອງການໃໝ່ໃນຄັ້ງນີ້, ຈະເພີ່ມປະສິດທິພາບການບໍລິ ການ, ສະໜອງການສະໜັບສະໜູນ ແລະ ການຊ່ວຍເຫລືອຂອງສະມາຊິກຫລາຍຂຶ້ນ, ທັງເປັນການສົ່ງເສີມວຽກງານ ກອງປະຊຸມໄປສູ່ລະດັບໃໝ່, ມີສະພາບແວດລ້ອມໃໝ່, ບັນຍາກາດໃໝ່. ຜົນສຳເລັດຂອງການສ້າງຫ້ອງການໃໝ່ ແມ່ນມີຄວາມສຳຄັນເພາະປີ 2025 ເປັນປີຄົບຮອບ 10 ປີ ຂອງການສ້າງ ຕັ້ງສະພາການຄ້າຊາວຈີນຕ່າງດ້າວ ປະຈຳ ສປປ ລາວ. ໃນຕໍ່ໜ້າສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ຈະສືບຕໍ່ຍຶດໝັ້ນແນວຄິດ “ຮັບໃຊ້ປະຊາຄົມຊາວຈີນຢູ່ຕ່າງປະເທດ ແລະ ຊຸກຍູ້ການພັດທະນາ”, ອີງຕາມສະພາບການລວມຂອງການຮ່ວມມືຈີນ-ລາວ ໂດຍອີງຕາມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ປະກອບສ່ວນເພີ່ມພູນຄູນສ້າງກຳລັງແຮງ ເພື່ອຊຸກຍູ້ການພັດທະນາເສດຖະກິດການຄ້າ, ການແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາດີຂຶ້ນ.
ໂອກາດນີ້, ທ່ານ ນາງ ຟາງຫົງ ໄດ້ກ່າວວ່າ: ນັບແຕ່ສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ໄດ້ຮັບການສ້າງຕັ້ງ 10 ປີມານີ້, ໄດ້ຕັ້ງໜ້າເຂົ້າຮ່ວມວຽກງານ ສາທາລະນະປະໂຫຍດຂອງສັງຄົມ ແລະ ໄດ້ຈັດກິດຈະກໍາຕ່າງໆ, ໄດ້ເສີມຂະຫຍາຍບົດບາດສໍາຄັນເຂົ້າໃນການເພີ່ມທະວີຄວາມຜາສຸກ ໃຫ້ແກ່ຊາວຈີນຕ່າງດ້າວທີ່ປະຈໍາຢູ່ລາວ ແລະ ສົ່ງເສີມວັດທະນະທໍາຈີນ ຊຸກຍູ້ການແລກປ່ຽນລະຫວ່າປະຊາຊົນຈີນ-ລາວ ເປັນຂົວຕໍ່ທີ່ສໍາຄັນໃນການຊຸກຍູ້ ການສ້າງປະຊາຄົມຄູ່ຮ່ວມຊະຕາກໍາ ຈີນ-ລາວ ຫວັງວ່າພາຍໃຕ້ໂອກາດໃໝ່ ແລະ ສະຖານະການໃໝ່ ສະພາການຄ້າຊາວຈີນຕ່າງດ້າວ ປະຈຳລາວ ຈະສືບຕໍ່ຊຸກຍູ້ການສ້າງປະຊາຄົມ ຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງຂຶ້ນກວ່າເກົ່າ.
ທີ່ມາ: ຂປລ






