ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພູຜາມ່ານ ຫຼື (The Rock View Point) ຍັງເປັນແຫຼ່ງທ່ອງ ທ່ຽວທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ

Jan 28, 2025

ພູຜາມ່ານ ຫຼື (The Rock View Point) ຍັງເປັນແຫຼ່ງທ່ອງ ທ່ຽວທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈເດີນທາງໄປສໍາຜັດເປັນຈໍານວນຫລາຍໃນແຕ່ລະວັນ ພາຍ ຫລັງເປີດໃຫ້ບໍລິການນັບແຕ່ທ້າຍປີ 2019 ເປັນຕົ້ນມາ ໂດຍສະ ເພາະໃນໄລຍະເດືອນກັນຍາຫາເດືອນມີນາ ເນື່ອງຈາກມີຫລາຍກິດຈະກຳ ເປັນຕົ້ນການຍ່າງປ່າຊົມທໍາມະຊາດ, ຂີ່ສະລິງ, ຂົວອູ່, ປີນຜາ ແລະອື່ນໆ.
ທ່ານ ໂອລາໄຊ ໃສສຸພັນ, ຫົວໜ້າພະແນກກິດຈະກຳບໍລິການຄົບວົງຈອນຈຸດຊົມວິວພູຜາມ່ານ ໃຫ້ສໍາພາດຕໍ່ສື່ມວນຊົນລາວ- ໄທ ໃນວັນທີ 26 ມັງກອນ 2025 ວ່າ: ກິດຈະກຳທີ່ໄດ້ຮັບຄວາມສົນໃຈຫລາຍທີ່ສຸດແມ່ນການຂີ່ສະລິງ ໂດຍສະເພາະແມ່ນນັກທ່ອງທ່ຽວຕ່າງປະເທດ ເພາະມີຄວາມຕື່ນເຕັ້ນ ແລະທ້າທາຍ ນອກຈາກນີ້, ຍັງໄດ້ສໍາຜັດກັບທຳມະຊາດຢ່າງໃກ້ຊິດ, ຜາຫີນປູນທີ່ສະຫລັບຊັບຊ້ອນກັນຢ່າງສວຍງາມ. ຄຽງຄູ່ກັບການໃຫ້ບໍລິ ການ ການທ່ອງທ່ຽວ ຍັງໄດ້ເອົາໃສ່ການອະນຸລັກ ແລະປົກປັກ ຮັກສາສັດປ່າ ແລະຊີວະນາໆພັນພາຍໃນເຂດນີ້ໃຫ້ມີຄວາມຍືນ ຍົງ.
ພູຜາມ່ານ ຫລື The rock viewpoint ຕັ້ງຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ເປັນເຂດພູຫີນປູນຜ່ານເສັ້ນທາງເລກທີ 8 ອອກສູ່ຫວຽດນາມ ຊື່ງເປັນທ່າແຮງສໍາຄັນດ້ານການທ່ອງທ່ຽວ ມີເນື້ອທີ່ສໍາປະທານຫລາຍກວ່າ 7.500 ເຮັກຕາ ໃນນີ້ສະເພາະເນື້ອທີ່ເຮັດກິດຈະກຳຕ່າງໆກວມເອົາ 23 ເຮັກຕາ ສ່ວນທີ່ເຫລືອແມ່ນເຂດອະນຸລັກສັດປ່າ ແລະຊີວະນາໆຕ່າງໆ, ປັດຈຸບັນສະຖານທີ່ແຫ່ງນີ້ກາຍເປັນໜື່ງທ່າ ແຮງສໍາຄັນທີ່ຊ່ວຍດຶງດູດນັກທ່ອງທ່ຽວໃຫ້ເຂົ້າໄປທ່ຽວແຂວງຄໍາມ່ວນໄດ້ເປັນຢ່າງດີ.
Cr. ຈັນທະສອນ ສີຫານາດ