ເຈົ້າແຂວງຄຳມ່ວນ ລົງຕິດຕາມຄວາມຄືບໜ້າການກໍ່ສ້າງເສັ້ນທາງຢູ່ເມືອງໜອງບົກ ແລະ ເຊບັ້ງໄຟ

ວັນທີ 26 ມັງກອນ 2025 ຜ່ານມາ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນໍາຂອງແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຢູ່ເມືອງໜອງບົກ ແລະ ເມືອງເຊບັ້ງໄຟ ໂດຍມີການນໍາເມືອງດັ່ງກ່າວເຂົ້າຮ່ວມ.
ການລົງເຄື່ອນໄຫວຕິດຕາມຄວາມຄືບໜ້າການກໍ່ສ້າງສ້ອມ ແປງເສັ້ນທາງໃນຄັ້ງນີ້ປະກອບມີ : ໂຄງການປັບປຸງຍົກລະດັບທາງປູຢາງ 2 ຊັ້ນ ທາງເລກ 5512 ແຕ່ແຍກທາງ 11 ບ້ານດົງຂວາງ ຫາ ຫ້ວຍ ຫວາຍ ເມືອງໜອງບົກ (ຊ່ວງທີ 1) ມີຄວາມຍາວ 11,9 ກິໂລແມັດ, ຄວາມກວ້າງໜ້າທາງປູຢາງຊັ້ນ 1, ກວ້າງ 7 ແມັດ, ປູຢາງຊັ້ນ 2 ກວ້າງ 6 ແມັດ, ຮັບເໝົາໂດຍ ບໍລິສັດ ພິນທອງ ກໍ່ສ້າງຂົວ-ທາງ ເຄຫາ ແລະ ຊົນລະປະທານຈໍາກັດຜູ້ດຽວ, ມູນຄ່າ 19 ຕື້ກວ່າກີບ, ເລີ່ມລົງມືກໍ່ສ້າງແຕ່ທ້າຍເດືອນ ທັນວາ 2024 ມີຄວາມຄືບໜ້າປະມານ 7%; ໂຄງການປັບປຸງຍົກລະດັບທາງປູຢາງ 2 ຊັ້ນ ທາງເລກ 5512 ແຕ່ ຫ້ວຍຫວາຍ ເມືອງໜອງບົກ ຫາ ທາງ13ໃຕ້ ເມືອງເຊບັ້ງໄຟ (ຊ່ວງທີ 2) ມີຄວາມຍາວ 11,45 ກິໂລແມັດ, ຄວາມກວ້າງໜ້າທາງປູຢາງຊັ້ນ 1 ກວ້າງ 7 ແມັດ, ຊັ້ນ 2 ກວ້າງ 6 ແມັດ, ໂດຍແມ່ນບໍລິສັດ ເອັສເອັສ ສໍາຫຼວດອອກແບບກໍ່ສ້າງຂົວ-ທາງ ແລະ ຊົນລະປະທານຈໍາກັດ ເປັນຜູ້ຮັບເໝົາ, ມູນຄ່າ 18 ຕື້ກວ່າກີບ, ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ທັນວາ ປີ2024 ຮອດປະຈຸບັນປະຕິບັດໄດ້ 30%; ຄາດຄະເນວ່າທັງສອງໂຄງການຈະສໍາເລັດພາຍໃນເດືອນ ມີຖຸນາ ປີ2025.
ຂ່າວ : ມະນີວັນ




