ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດກອງປະຊຸມຄະນະອະນຸກໍາມະການເຕັກນິກຮ່ວມ ລາວ-ໄທ; ໄທ-ລາວ ຄັ້ງທີ 16

Jan 28, 2025

ຜົນສໍາເລັດກອງປະຊຸມຄະນະອະນຸກໍາມະການເຕັກນິກຮ່ວມ ລາວ-ໄທ; ໄທ-ລາວ ຄັ້ງທີ 16
ກອງປະຊຸມຄະນະອະນຸກໍາມະການເຕັກນິກຮ່ວມ ລາວ-ໄທ; ໄທ-ລາວ ຄັ້ງທີ 16 ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 19-23 ມັງກອນ 2025 ທີ່ ອໍາເພີບາງລະມຸງ ຈັງຫວັດຊົນບູລີ ຣາຊະອານາຈັກໄທ, ຫົວໜ້າຄະນະຝ່າຍລາວ ນຳໂດຍ ທ່ານ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນ ແຫ່ງຊາດ ກະຊວງການຕ່າງປະເທດ ປະທານຄະນະອະນຸກໍາມະການເຕັກນິກຮ່ວມ ລາວ-ໄທ (ຝ່າຍລາວ) ແລະ ຄະນະຝ່າຍໄທ ນໍາໂດຍ ທ່ານ ພົນໂທ ຊາຄອນ ບຸນພັກດີ ເຈົ້າກົມແຜນທີ່ທະຫານ ກອງບັນຊາການກອງທັບໄທ ປະທານຄະນະອະນຸກໍາມະການເຕັກນິກຮ່ວມ ໄທ-ລາວ (ຝ່າຍໄທ) ແລະ ມີຄະນະອະນຸກໍາມະການເຕັກນິກຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ບົນພື້ນຖານໄມຕີຈິດມິດຕະພາບທີ່ດີ ເພື່ອເຮັດໃຫ້ວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ທາງບົກ ແລະ ທາງນໍ້າ (ແມ່ນໍ້າຂອງ) ມີຄວາມຄືບໜ້າ ເປັນຕົ້ນ: (1) ວຽກງານກວດກາສະພາບ ແລະ ບູລະນະຫຼັກໝາຍຊາຍແດນ ລາວ-ໄທ ທີ່ສອງຝ່າຍໄດ້ຮ່ວມກັນກໍ່ສ້າງ ແຕ່ປີ 1997-2018 ໄດ້ທັງ ໝົດຈໍານວນ 211 ຫຼັກໝາຍ, ຜ່ານມາໄດ້ເຮັດໃຫ້ຫຼັກໝາຍຊາຍແດນຈໍານວນໜຶ່ງຊຸດໂຊມ ແລະ ເປ່ເພ. ສະນັ້ນ, ນັບແຕ່ປີ 2022 ເປັນຕົ້ນມາ, ສອງຝ່າຍຈຶ່ງໄດ້ຮ່ວມກັນບູລະນະຫຼັກໝາຍໃຫ້ມີສະພາບຕາມເດີມ, ມາຮອດປັດຈຸບັນ ໄດ້ບູລະນະຫຼັກໝາຍຊາຍແດນ ສໍາເລັດ 109 ຫຼັກໝາຍ, ຍັງເຫຼືອ 102 ຫຼັກໝາຍ ແມ່ນກໍາລັງສືບຕໍ່ບູລະນະ; (2) ປຶກສາຫາລື ກ່ຽວກັບການບິນຖ່າຍພາບທາງອາກາດ ແລະ ສ້າງແຜນ ທີ່ຕາມລໍານໍ້າເຫືອງ ເພື່ອເປັນບ່ອນອີງໃຫ້ແກ່ການສໍາຫຼວດ ແລະ ປັກຫຼັກໝາຍຊາຍ ແດນຕາມລໍານໍ້າເຫືອງຮ່ວມກັນໃນຕໍ່ໜ້າ; (3) ກໍານົດຈຸດ ສະເໜີຂັ້ນເທິງພິຈາລະນາກໍ່ສ້າງຫຼັກໝາຍຊາຍແດນຢູ່ພູມີປະເທດຕົວຈິງເພີ່ມເຕີມ; (4) ເອກະພາບປັບປຸງແຜນຜັງສະໜາມ ແລະ ວຽກງານພາກສະໜາມອື່ນໆ ຮ່ວມກັນອີກຈໍານວນໜຶ່ງ; (5) ວຽກງານຊາຍແດນ ລາວ-ໄທ ທາງນໍ້າ (ແມ່ນໍ້າຂອງ), ສອງຝ່າຍຈະສືບຕໍ່ເລັ່ງລັດການປຽບທຽບຜົນການທົດລອງຖ່າຍທອດເສັ້ນຊາຍແດນລົງໃນແຜນທີ່ແມ່ນໍ້າຂອງສະບັບໃໝ່ຮ່ວມ ລະຫວ່າງ ລາວ-ໄທ ໃນຈໍານວນ 6 ບໍລິເວນ ແລະ ການຮ່ວມກັນລົງສໍາຫຼວດພູມີປະເທດຕົວຈິງຢູ່ບັນດາດອນຕ່າງໆ ໃຫ້ສໍາເລັດຢ່າງເປັນຮູບປະທໍາ. ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນທີ່ສໍາຄັນໃນການສ້າງເສັ້ນຊາຍແດນລະຫວ່າງສອງປະເທດ ໃຫ້ກາຍເປັນເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະອະນຸກໍາມະການເຕັກນິກຊາຍ ແດນຮ່ວມຝ່າຍລາວ ຍັງໄດ້ໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນ ກ່ຽວກັບການນໍາໃຊ້ເຮືອບິນບໍ່ມີຄົນຂັບ (UAV) ແລະ ການນໍາໃຊ້ເຕັກໂນໂລຊີ LiDAR ທີ່ຝ່າຍໄທໄດ້ທົດລອງນໍາໃຊ້ຊ່ວຍໃນການສໍາຫຼວດພູມີປະເທດຕົວຈິງຕາມບໍລິເວນຊາຍແດນຮ່ວມກັບປະເທດໃກ້ຄຽງ ເພື່ອເປັນບ່ອນອີງທາງດ້ານຂໍ້ມູນໃຫ້ແກ່ການຄົ້ນຄວ້າຄວາມເປັນໄປໄດ້ໃນການນໍາໃຊ້ເຕັກໂນໂລຊີ ດັ່ງກ່າວນີ້ ເຂົ້າໃນວຽກງານການສໍາຫຼວດພູມີປະເທດ ແລະ ສ້າງແຜນທີ່ຕາມລໍານໍ້າເຫືອງ ທີ່ສອງຝ່າຍວາງແຜນຈະຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້ານີ້.
ຂ່າວ-ພາບ: ກຕທ