ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີວາງກະຕ່າດອກໄມ້ເພື່ອລະນຶກວັນຄ້າຍວັນເກີດ ຂອງ ທ່ານ ໂຮ່ເຊ ມາຣຕີ ຄົບຮອບ 172 ປີ

Jan 28, 2025

ພິທີວາງກະຕ່າດອກໄມ້ເພື່ອລະນຶກວັນຄ້າຍວັນເກີດ ຂອງ ທ່ານ ໂຮ່ເຊ ມາຣຕີ ຄົບຮອບ 172 ປີ
ໃນຕອນເຊົ້າວັນທີ 28 ມັງກອນ 2024, ສະມາຄົມມິດຕະພາບ ລາວ – ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ ເພື່ອລະນຶກວັນຄ້າຍວັນເກີດ ຂອງ ທ່ານ ໂຮ່ເຊ ມາຣຕີ ຄົບຮອບ 172 ປີ (28 ມັງກອນ1853 – 28 ມັງກອນ 2025) ທີ່ໂຮງຮຽນ ມສ ດົງບັງມິດຕະ ພາບ ລາວ – ກູບາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ໃຫ້ກຽດເຂົ້າຮ່ວມໃນພິທີມີ: ທ່ານ ນາງ ບັນດິດ ປະທຸມວັນ, ອະດີດຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະມາຄົມມິດຕະພາບ ລາວ – ກູບາ; ທ່ານ ນາງ ແອນນາ ເອັດເຕ ວຽງ ວາເດສ (Enna Esther Viant Valdes), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ແລະ ບັນດາທ່ານ ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ – ກູບາ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຂອງ ຄຕພ, ຜູ້ຕາງໜ້າຈາກຫ້ອງວ່າການນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກອົງການປົກຄອງເມືອງໄຊທານີ, ອະດີດນັກສຶກສາລາວທີ່ຈົບຈາກກູບາ, ຄູອາຈານ, ນັກຮຽນຈາກໜ່ວຍງານວິຊາພາສາແອັສປາຍ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ ມສ. ດົງບັງ ມິດຕະ ພາບ ລາວ – ກູບາ ແລະ ອຳນາດການປົກຄອງບ້ານດົງບັງ, ເມືອງໄຊທານີ, ນະຄອນ ຫຼວງວຽງຈັນ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີຄັ້ງນີ້ ສະແດງເຖິງຄວາມເຄົາລົບຮັກ, ຮູ້ບຸນຄຸນອັນໃຫ່ຍຫຼວງຕໍ່ ທ່ານ ໂຮ່ເຊ ມາຣຕີ, ຜູ້ທີ່ໄດ້ເສຍ ສະຫຼະເພື່ອການປະຕິວັດ ຂອງກູບາ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ – ກູບາ ຄົບ ຮອບ 50 ປີ ແລະ ທັງເປັນການປະກອບສ່ວນຮັດແໜັນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະ ຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ – ກູບາ ໃຫ້ນັບມື້ມີບາດກ້າວໃໝ່ ແລະ ພ້ອມທັງເຮັດໃຫ້ນັກຮຽນນັກສຶກສາ, ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນກ້າແກ່ນເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນກູບາ ແລະ ຮຽນຮູ້ກ່ຽວກັບຊີວິດການເຄື່ອນໄຫວປະຕິວັດ ຂອງ ທ່ານ ໂຮ່ເຊ ມາຣຕີ, ວິລະຊົນແຫ່ງຊາດກູບາ.