ແຂວງເຊກອງ ປະກອບມີ 4 ເມືອງ 203 ບ້ານ 23,719 ຄອບ ຄົວ. ໃນນີ້, ມີບ້ານພົ້ນທຸກ 63 ບ້ານ ກວມເອົາ 31.03%, ຄອບ ຄົວພົ້ນທຸກ 13,377 ຄອບຄົວ ກວມເອົາ 56.39%, ບ້ານພັດ ທະນາ 17 ບ້ານ ກວມເອົາ 8.37%, ຄອບຄົວພັດທະນາ 6,889 ຄອບຄົວ ກວມເອົາ 28.56% ຂອງຄອບຄົວທັງໝົດ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໄດ້ 1 ບ້ານ.
ທ່ານ ພັນສອນ ແສນສົ່ງເສີມ ຫົວໜ້າພະແນກພາຍໃນແຂວງ ລາຍງານໃຫ້ຮູ້ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ເມື່ອບໍ່ດົນຜ່ານມານີ້ວ່າ: ຜົນການປະເມີນ ການປະຕິບັດວຽກງານ 3 ສ້າງ ຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ຕາມ 7 ດ້ານ 66 ຕົວຊີ້ບອກ ສາ ມາດບັນລຸໄດ້ 6 ດ້ານ 57 ຕົວຊີ້ບອກ ເທົ່າກັບ 86.36%; ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ 47 ຕົວຊີ້ບອກ. ໃນນີ້, ເມືອງລະມາມ ບັນລຸໄດ້ 4 ດ້ານ 42 ຕົວຊີ້ບອກ ເທົ່າກັບ 89.36%, ເມືອງດາກຈຶງ ບັນລຸໄດ້ 3 ດ້ານ 41 ຕົວຊີ້ບອກ ເທົ່າກັບ 87.23%, ເມືອງທ່າແຕງ ບັນລຸໄດ້ 2 ດ້ານ 38 ຕົວຊີ້ບອກ ເທົ່າກັບ 80.85% ແລະ ເມືອງກະລຶມ ບັນລຸໄດ້ 1 ດ້ານ 35 ຕົວຊີ້ບອກ ເທົ່າກັບ 74.46% ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຕາມ 4 ດ້ານ 30 ຕົວຊີ້ບອກ ໃນຈໍານວນ 203 ບ້ານທົ່ວແຂວງ ສາມາດບັນລຸ 80% ທັງ 4 ດ້ານ ຈໍານວນ 111 ບ້ານ ເທົ່າກັບ 54.68% ຂອງບ້ານທັງໝົດ.
ທ່ານ ພັນສອນ ແສນສົ່ງເສີມ ໃຫ້ຮູ້ຕື່ມວ່າ: ການປະຕິ ບັດວຽກງານ 3 ສ້າງ ແມ່ນເພື່ອສ້າງຄວາມໝັ້ນຄົງແກ່ລັດປະຊາ ທິປະໄຕປະຊາຊົນ, ສ້າງປະຖົມປັດໄຈກ້າວສູ່ສັງຄົມນິຍົມ ແລະ ເພື່ອປຸກລະດົມຄວາມຕື່ນຕົວ, ຄວາມເປັນເຈົ້າຕົນເອງຂອງປະຊາ ຊົນຂອງສັງຄົມ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ໂດຍສະເພາະການຈັດສັນເຕົ້າໂຮມບ້ານນ້ອຍ ເຂົ້າເປັນບ້ານໃຫຍ່, ສ້າງພື້ນຖານໂຄງລ່າງເຕັກນິກຮັບໃຊ້ການຜະລິດ, ຈັດ ສັນອາຊີບ, ສ້າງກຸ່ມ ແລະ ສົ່ງເສີມການຜະລິດ, ການບໍລິການ ແລະ ອື່ນໆ ໃຫ້ປະຊາຊົນໄດ້ມີອາຊີບ, ມີລາຍຮັບໝັ້ນຄົງຖາວອນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ.
ຂ່າວ: ສັນຍາ



