ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງບາຈຽງຈະ ເລີນສຸກ ຄັ້ງທີ IX ໄດ້ອັດລົງດ້ວຍຜົນສຳເລັດໃນວັນທີ 28 ມັງກອນ 2025 ໂດຍມີສະຫາຍ ອາລູນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີສະຫາຍ ຮອງເລຂາພັກແຂວງ,ຄະນະປະຈຳພັກແຂວງ, ເລຂາ, ຮອງເລຂາ ແລະ ຄະນະບໍລິຫານງານພັກເມືອງບາຈຽງຈະເລີນສຸກ ຜູ້ແທນສົມບູນ ຕາງໜ້າໃຫ້ສະມາຊິກພັກທົ່ວເມືອງ ເຂົ້າຮ່ວມ 185 ສະຫາຍ.
ກອງປະຊຸມໃຫຍ່ໄດ້ຄົົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ລາຍງານການເມືອງທັງ2 ພາກແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງຄະນະບໍລິຫານງານພັກ ເມືອງບາຈຽງຈະເລີນສຸກ ກອງປະຊຸມໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍຸ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ເມືອງເປັນຕົົ້ນແມ່ນ ບັນດາຜົນງານອັນພົົ້ນເດັ່ນທີີ່ຍາດມາໄດ້ໃນຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ, ການປັບປຸງບູລະນະລະບົບອໍານາດແຫຸ່ງລັດ, ວຽກງານກໍໍ່ສ້າງພັກ-ພະນັກງານ, ວຽກງານແນວລາວສ້າງຊາດ, ວຽກງານສະຫະພັນນັກຮົບເກົ່າ ແລະ ວຽກງານອົງການຈັດຕັ້ງມະຫາຊົນ. ກອງປະຊຸມໃຫຍ່ໄດ້ປະກອບຄໍາເຫັນຈາກຜູ້ແທນກອງປະຊຸມຢ່າງກົງໄປກົງມາ.
ກອງປະຊຸມໄດ້ເປັນເອກະພາບ ຮັບຮອງເອົາບັນດາຄາດໝາຍສູ້ຊົນຈັດຕັ້ງປະຕິບັດ ໃນໄລຍະ 5 ປີຕໍ່ຫນ້າ ແລະ ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ສະໄໝທີ IX ລວມທັງໝົດ 27 ສະຫາຍ, ຍິງ 4 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍໍ່ແມ່ປະຊາຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົົ່າ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກກະສັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈໍາພັກເມືອງ 9 ສະຫາຍ ຍິງ 1 ສະຫາຍ
ກອງປະຊຸມໄດ້ປະຊາມະຕິເລືອກເອົາເລຂາ ແລະ ຮອງເລຂາຄະນະບໍລິຫານງານພັກເມືອງ ຄື: ເລືອກເອົາ ສະຫາຍ ອໍານວຍ ເຮືອງວົງສາ ເປັນເລຂາຄະນະບໍລິຫານງານພັກເມືອງ; ສະຫາຍ ສຸດທະເຮືອງສັກ ກຸນລະບຸດ ເປັນຮອງເລຂາ, ສະຫາຍ ແສງສຸລິຍາ ກຸວັນທອງ ເປັນຮອງເລຂາ ທັງເປັນປະທານກວດກາພັກ
ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ 20 ສະຫາຍ, ຍິງ 4 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ, ສະຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງທີ IX
ຕອນທ້າຍກອງປະຊຸມ ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ໂດຍສະຫາຍໄດ້ເນັ້ນໜັກໃຫ້ເພີ່ມທະວີເອົາໃຈໃສ່ສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ຢູ່ແຕ່ລະຂະແໜງການຂອງເມືອງ- ຮາກຖານບ້ານ ໃຫ້ແຂງແຮງ, ເລິກເຊິ່ງກວ່າເກົ່າ, ສືບກຕໍ່ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃຫ້ສະມາຊິກພັກ, ຍົກສູງສິດເປັນເຈົ້າຂອງປະຊາຊົນ, ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
Cr ເກດສະໜາ ແກ້ວສຸວຫນນະແສງ





