ວັນທີ 28 ມັງກອນ ນີ້, ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025 ), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົຕ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະ ເທດ, ມີບັນດາສະຫາຍ ຄະນະໜ່ວຍພັກຫ້ອງການ ພ້ອມ ດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົຕ ສອນທອງ ພົມລາວົງ ໄດ້ເລົ່າຫວນຄືນປະຫວັດມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວ ຍາດມາໄດ້ ຕະຫຼອດໄລຍະ 76 ປີຜ່ານມາ, ກອງທັບປະຊາຊົນລາວ ໄດ້ກຳເນີດຂຶ້ນໃນທ່າມກາງປະເທດຊາດຖືກພວກຈັກກະພັດລ່າ ເມືອງຂຶ້ນແບບເກົ່າ ເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ການນໍາພາຂອງ ພັກປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນ ໃນທົ່ວປະເທດ. ໃນວັນທີ 20 ມັງກອນ 1949, ກອງທັບລາວອິດສະຫຼະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ຊຶ່ງເປັນຕົ້ນກຳເນີດຂອງກອງທັບປະຊາ ຊົນລາວເຮົາ ໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ ຊຶ່ງນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ ທີ່ມີອາວຸດ, ພາຫະ ນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ, ແຕ່ເພື່ອປົກປັກຮັກສາປະເທດຊາດດ້ວຍນໍ້າໃຈຮັກຊາດ ອັນເດັດດ່ຽວໜຽວແໜ້ນ, ຕໍ່ສູ້ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ຍິ່ງຕີຍິ່ງໄດ້ຮັບໄຊຊະ ນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດ ຊາດ ໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແລ້ວ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດໄປພ້ອມໆກັນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອ, ກໍ່ສ້າງກຳລັງ, ປັບປຸງລະບຽບແບບແຜນວິທີເຮັດວຽກໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວ.
(ຂ່າວ-ພາບ: ສຸກພາວະດີ )




