ໃນຕອນເຊົ້າວັນທີ 28 ມັງກອນ 2025, ຢູ່ທີ່ຫ້ອງປະຊຸມສ່ວຍສາອາກອນ ແຂວງວຽງຈັນ ໄດ້ເປີດກອງປະຊຸມວິຊາການ ສະຫຼຸບຕີລາຄາການຈັດຕັັ້ງປະຕິບັດ ການເຄື່ອນໄຫວວຽກງານສ່ວຍສາອາກອນ ທົ່ວແຂວງວຽງຈັນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025. ໂດຍການເປັນປະທານຂອງ ທ່ານ ນາງ ອ່ອນ ຈັນທະວົງ ຫົວໜ້າສ່ວຍສາອາກອນແຂວງວຽງຈັນ, ມີບັນດາຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າສ່ວຍສາອາກອນປະຈໍາເມືອງ ພ້ອມດ້ວຍພະນັກງານວິຊາການຂອງສ່ວຍສາອາກອນແຂວງເຂົ້າຮ່ວມ.
ທ່ານ ພູເຂົາທອງ ທອງສະຫວັນ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານສ່ວຍສາອາກອນ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີທີ່ເປັນຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຕ້ອງແກ້ໄຂໃນຕໍ່ໜ້າ; ການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບຕ່າງໆໃນຂອບເຂດທົ່ວແຂວງວຽງຈັນ ໃນປີ 2024 ສາມາດເກັບລາຍຮັບໄດ້ ທັງໝົດ 402,299,552,419 ກີບ ເທົ່າກັບ 154,17% ຂອງແຜນການປີ, ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາລຸດລົງ 2,48% ເປັນເງິນ 10,012,975,899 ກີບ, ໃນນີ້ໄດ້
ເຄື່ອນໄຫວຈັດເກັບຄ່າທໍານຽມທາງ ຕາມສຳນັກງານອົງການຈັດຕັ້ງຂອງລັດ ແລະ ສາຍທາງຫລວງຢູ່ພາຍໃນເມືອງປີ 2024 ສາມາດເກັບລາຍຮັບ ໄດ້ທັງໝົດຈໍານວນ 3,653,114,979 ກີບ, ເທົ່າກັບ 53,06 % ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ນ 25,56 % ເປັນເງິນ 743,759,970 ກີບ; ສາມາດເອົາພາຫະນະເຂົ້າລະບົບ RTMS ໄດ້ທັງໝົດ 9,725 ຄັນ, ທຽບໃສ່ປີ 2023 ແມ່ນເພີ່ມຂຶ້ນ 103 ຄັນ; ການເກັບລາຍຮັບຈາກທີ່ດິນ ປີ 2024 ສາມາດເກັບລາຍຮັບໄດ້ 14,671,366,111 ກີບ, ເທົ່າກັບ 110,31% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 12,83 %, ເປັນເງິນ 1,883,008,744 ກີບ. ປະຈຸບັນໜີ້ຕ້ອງຮັບມາຮອດທ້າຍປີ 2023 ມີຈໍານວນ 13,090,079,242 ກີບ, ເກີດຂຶ້ນໃນປີ 2024 ຈຳນວນ 177,252,671 ລວມທັງໝົດຈໍານວນ 13,267,331,913 ໃນນັ້ນ:ຂັ້ນແຂວງ 13,222,088,913 ກີບ; ຂັ້ນເມືອງ 45,243,000 ກີບ, ໃນປີ 2024 ສາມາດເລັ່ງທ່ວງເກັບໜີ້ຕ້ອງຮັບໄດ້ຈໍານວນ 346,433,432 ກີບ, ຍັງຄ້າງຮອດທ້າຍປີ 2024 ຈໍານວນ 12,920,898,481 ກີບ, ຍົກຍອດໄປປີ 2025.ວຽກງານກວດກາໄລ່ລຽງອາກອນເປົ້າໝາຍກວດກາໃນປີ 2024 ແມ່ນມີຈຳນວນ 150 ຫົວໜ່ວຍ, ຕົວເລກແຜນການທົ່ວແຂວງ 1.300.000.000 ກີບ, ສໍາເລັດການກວດກາທັງໝົດ 125 ບໍລິສັດ; ໃນຈໍານວນ 195 ບົດບັນທຶກເປັນເງິນ 2,663,812,791 ກີບ ເທົ່າກັບ 205 %ຂອງ ແຜນການປີ, ມອບແລ້ວ 2,166,201,862 ກີບ, ຍັງຄ້າງມອບຈຳນວນ 497,610,935 ກີບ.
ນອກຈາກນັ້ນ ບັນດາຜູ້ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້ຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຕໍ່ກັບບັນດາບັນຫາທີ່ພົ້ນເດັ່ນ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຂໍ້ຄົງຄ້າງເພື່ອປັບປຸງແກ້ໄຂໃຫ້ດີໃນຕໍ່ໜ້າ.
ທີ່ມາ: ແຂວງວຽງຈັນໂພສ໌





