ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ພົນຕີ ໄກຣເຢັບ ເດີມິດຕຼີ ຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 1

Jan 29, 2025

ສະຫາຍ ພົນຕີ ໄກຣເຢັບ ເດີມິດຕຼີ ຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 1
ວັນທີ 27 ມັງກອນ 2025, ສະຫາຍ ພົນຕີ ໄກຣເຢັບ ເດີມິດຕຼີ ຫົວໜ້າຫ້ອງການ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ. ຣັດເຊຍ ປະຈຳກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 1, ໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ ຄໍາຊາວ ລິນທະກຸນແກ້ວ ຫົວໜ້າການທະຫານກອງພົນທີ 1, ມີບັນດາ ຄະນະກົມຄຸ້ມຄອງລົດ-ເຮືອ, ກົມເສນາເຕັກນິກ, ກົມພົວພັນຕ່າງປະເທດ, ກົມລົດຕັ່ງ-ຍານ ເກາະ, ຄະນະພັກ-ຄະນະບັນຊາກອງພົນ, ພະແນກການທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ສະຫາຍ ພົນຕີ ໄກຣເຢັບ ເດີມິດຕຼີ ກ່າວວ່າ: ການລົງມາຢ້ຽມ ຢາມ ແລະ ເຮັດວຽກໃນຄັ້ງນີ້ ເພື່ອເປັນການທົບທວນ ແລະ ກວດກາພາຫະນະເຕັກນິກທີ່ນຳເຂົ້າຈາກ ສ.ຣັດເຊຍ, ໂດຍໄດ້ເຂົ້າຢ້ຽມຢາມບັນດາກົມກອງເຫຼົ່າຮົບວິຊາສະເພາະ ພ້ອມທັງກວດກາພາຫະນະເຕັກນິກລົດຫຸ້ມເກາະ ກອງພັນ 616, ກວດກາພາຫະ ນະເຕັກນິກປືນໃຫຍ່ປ້ອງກັນອາກາດ ກອງພັນ 162, ກວດກາພາຫະນະເຕັກນິກປືນໃຫຍ່ໜ້າດິນ ກອງພັນ 631 ແລະ ກວດກາພາຫະນະເຕັກນິກເຄື່ອນທີ່ໄວຂອງກອງພົນ, ພ້ອມນັ້ນກໍ່ໄດ້ຮັບຊົມການທົດລອງສາທິດວິທີ, ຫຼັກການ ການນໍາໃຊ້ພາຫະນະເຕັກ ນິກຂອງແຕ່ລະວິຊາສະເພາະເຫຼົ່າຮົບຂອງກົມກອງເພື່ອໝູນໃຊ້ເຂົ້າໃນວຽກງານປ້ອງກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ຈາກນັ້ນກໍ່ມີການສະຫຼຸບຖອດຖອນບົດຮຽນເຊິ່ງກັນ ແລະ ກັນ. ພ້ອມກ່າວສະແດງຍ້ອງຍໍຊົມເຊີຍໃນການປະຕິບັດໜ້າທີ່ວິຊາສະເພາະຂອງແຕ່ລະເຫຼົ່າຮົບ ແລະ ເນັ້ນໜັກໃຫ້ຄະນະພັກ -ຄະນະບັນຊາກອງພົນ ເປັນເຈົ້າການໃນການສຶກສາອົບຮົມໃຫ້ພະນັກງານວິຊາສະເພາະຍົກສູງສະຕິກຽມພ້ອມສູ້ຮົບ, ປົກປັກຮັັກສາພາຫະນະເຕັກນິກ ແລະ ຄຽງຄູ່ກັບການເຝິກອົບຮົມ-ຫັດແອບ ເພື່ອຮັບປະກັນ ແລະ ມີຄວາມປອດໄພ 100%.
ສະຫາຍ ພັນເອກ ຄໍາຊາວ ລິນທະກຸນແກ້ວ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ພົນຕີ ໄກຣເຢັບ ເດີມິດຕຼີ ທີ່ເຄື່ອນໄຫວຢ້ຽມຢ້າມກອງພົນ ພ້ອມທັງໃຫ້ຄຳແນະນຳກ່ຽວກັບພາຫະນະເຕັກນິກ, ຫຼັກການການນໍາໃຊ້ພາຫະຕ່າງໆໃນການກຽມ ພ້ອມສູ້ຮົບເພື່ອໃຫ້ວ່ອງໄວ ແລະ ທັນການ, ສືບຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສອງຊາດ ສປປ ລາວ – ສ ຣັດເຊຍ, ໃຫ້ມີຄວາມແໜ້ນແຟ້ນ, ເຂັ້ມແຂງ ແລະ ໝັ້ນຄົງ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ມີຄວາມໄວ້ເນື້ອເຊື່ອ ໃຈເຊິ່ງກັນ ແລະ ກັນຢ່າງຕໍ່ເນືອງ, ເສີມຂະຫຍາຍມູນເຊື້ອແຫ່ງມິດ ຕະພາບ ແລະ ຄວາມສາມັກຄີໃຫ້ນັບມື້ຈະເລີນງອກງາມ.
Cr. ຄຳພຸດ ພານຸວົງ, ໜັງສືພິມກອງທັບ