ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອຸດົມໄຊ ເຂັ້ມງວດປ້ອງກັນໄຟໄໝ້ລາມປ່າ

Jan 29, 2025

ອຸດົມໄຊ ເຂັ້ມງວດປ້ອງກັນໄຟໄໝ້ລາມປ່າ
ທ່ານ ພີມມະເສນ ຄຸນສີລິວົງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເມື່ອບໍ່ດົນມານີ້ວ່າ: ປີນີ້, ແຂວງອຸດົມໄຊ ວາງມາດຕະການເຂັ້ມງວດແຕ່ຫົວປີ ເພື່ອປ້ອງກັນບໍ່ໃຫ້ເກີດໄຟໄໝ້ລາມປ່າທີ່ໃນລະດູແລ້ງປີນີ້ ເຊິ່ງຈະສ້າງຄວາມເສຍຫາຍຕໍ່ເນື້ອທີ່ປ່າໄມ້ ແລະ ມີຜົນກະທົບຕໍ່ສະພາບແວດລ້ອມ ໂດຍໄດ້ຈັດຕັ້ງຜັນຂະຫຍາຍຄໍາສັ່ງເລກທີ 11/ນຍ ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມ ຄອງ, ປົກປັກຮັກສາ, ພັດທະນາ ແລະນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະສະກັດກັ້ນການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມ ອອກເປັນນິຕິກໍາຂອງແຂວງ.
ພ້ອມນີ້, ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຖອດຖອນບົດ ຮຽນຮ່ວມກັນຂອງບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນໃນແຕ່ ລະຂັ້ນ ເພື່ອຫາວິທີແກ້ໄຂຂໍ້ຄົງຄ້າງທີ່ປະ ຕິບັດບໍ່ທັນໄດ້ດີໃນໄລ ຍະຜ່ານມາ, ຄຽງຄູ່ກັບການແບ່ງຄະນະຮັບຜິດຊອບເພື່ອເຄື່ອນ ໄຫວໂຄສະນາໃຫ້ປະຊາຊົນ ໂດຍສະເພາະເຂດທີ່ມີຄວາມສ່ຽງເກີດໄຟໄໝ້ລາມປ່າຢູ່ 3 ປະເພດປ່າ ຮັບຮູ້ກ່ຽວກັບວິທີປ້ອງກັນ ແລະ ຄວາມອັນຕະລາຍຂອງໄຟໄໝ້ລາມປ່າທີ່ອາດຈະເກີດຂຶ້ນໃນລະດູ ແລ້ງປີນີ້ ກໍຄື ໃນຕໍ່ໜ້າ.
ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບຄວາມຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານປ້ອງກັນໄຟໄໝ້ລາມປ່າຢູ່ແຂວງອຸດົມໄຊ ໃນໄລຍະຜ່ານ ມາ ແມ່ນບັນຫາການເຄື່ອນໄຫວໂຄ ສະນາໃຫ້ຄວາມຮູ້ກ່ຽວກັບການປ້ອງກັນໄຟໄໝ້ລາມປ່າ ຍັງບໍ່ທັນເຂົ້າເຖີງປະຊາຊົນຈໍານວນໜຶ່ງ ໂດຍສະເພາະຜູ້ທີ່ໄປນອນຢູ່ໄຮ່ເພາະເປັນເຂດຫ່າງໄກ, ເຊິ່ງຜ່ານມາສ່ວນໃຫຍ່ກຸ່ມຄົນເຫລົ່ານີ້ທີ່ມັກເຮັດໃຫ້ເກີດໄຟໄໝ້ລາມປ່າ ຍ້ອນການຈູດໄຮ່ ຫລື ຈູດສ່ວນຕ່າງໆ ໂດຍບໍ່ມີວິທີປ້ອງກັນໄຟໄໝ້ລາມປ່າທີ່ດີ.
ສໍາລັບ ປີ 2024 ຜ່ານມາ, ຢູ່ແຂວງອຸດົມໄຊ ເກີດໄຟໄໝ້ລາມປ່າ (3ປະເພດປ່າ) ຈໍານວນ 300 ກວ່າເຮັັກຕາ. ນອກຈາກນີ້ ຍັງມີໄຟໄໝ້ປ່າເລົ່າຕ່າງໆ ປະມານ 700 ກວ່າເຮັກຕາ, ທຽບໃສ່ປີ 2023 ຫລຸດລົງປະມານ 57%.
BT, ວສລ