ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ ໄລຍະ 2 ຢູ່ເມືອງສຸຂຸມາ ຈະໄດ້ຮັບການຈັດຕັ້ງປະຕິບັດຈົນຮອດປີ 2028

Jan 29, 2025

ໂຄງການສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ ໄລຍະ 2 ຢູ່ເມືອງສຸຂຸມາ ຈະໄດ້ຮັບການຈັດຕັ້ງປະຕິບັດຈົນຮອດປີ 2028
ພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ ແລະ ອົງການສຸພານິມິດສາກົນ ປະຈໍາລາວ ໄດ້ເຊັນບດບັນທຶກຄວາມເຂົ້າໃຈຮ່ວມກັນໃນໃນວັນທີ 28 ມັງກອນ 2025 ຢູ່ສູນຄົ້ນຄວ້າກະສິກໍາພາກໃຕ້ ບ້ານໂພນງາມ ນະຄອນປາກເຊ ເພື່ອຈັດຕັ້ງປະຕິບັດໂຄງການສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ສົ່ງເສີມວຽກ ງານໂພຊະນາການ ໄລຍະ 2 ຢູ່ເມືອງສຸຂຸມາ.
ສໍາລັບທີ່ຕັ້ງໂຄງການແມ່ນຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສຸຂຸມາ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງຈຳປາສັກ.ຈຸດປະສົງ ກໍເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX (2021 – 2025) ໂດຍເລັ່ງໃສ່ການຢຸດຕິຄວາມອຶດຫິວ, ບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ເພື່ອປັບປຸງໂພຊະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງ ແລະ ແຜນງານແຫ່ງຊາດດ້ານການປັບປຸງວຽກງານໂພຊະນາການໃນຂົງເຂດວຽກງານຂອງກະຊວງກະສິກຳ ແລະ ປ່າໄມ້ ໂດຍສະເພາະເລັ່ງໃສ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ, ທີ່ມີຜົນປະໂຫຍດທາງດ້ານໂພຊະນາການໃນລະດັບຄົວເຮືອນ.
ງົບປະມານຂອງໂຄງການແມ່ນ 525.815 ໂດລາສະຫະລັດ ໂດຍແມ່ນອົງການ World Vision Taiwan ເປັນຜູ້ໃຫ້ທຶນ, ໄລຍະເວລາປະຕິບັດໂຄງການ ເລີ່ມແຕ່ມື້ອະນຸມັດຈົນເຖິງວັນທີ 30 ກັນຍາ 2028. ກິດຈະກຳຕົ້ນຕໍແມ່ນເພື່ອປັບປຸງດ້ານວຽກງານກະສິກຳທີ່ມີຄວາມປ່ຽນແປງໄວຕໍ່ໂພຊະນາການ ແລະ ການຄຸ້ມຄອງຊັບພະ ຍາກອນ ທຳມະຊາດໃຫ້ແກ່ຜູ້ດູແລເດັກ; ປັບປຸງການບໍລິໂພກອາຫານ ແລະ ການປະຕິບັດການດູແລເດັກໃຫ້ແກ່ຜູ້ດູແລເດັກ; ສ້າງຄວາມເຂັ້ມແຂງໃນການຮ່ວມມື ແລະ ກົນໄກການຕິດຕາມກວດກາໃຫ້ກັບຄູ່ຮ່ວມງານ ເພື່ອເສີມຂະຫຍາຍຄວາມໝັ້ນຄົງດ້ານໂພຊະນາການ.
ຂໍ້ມູນ: ທູນທອງໃຈ