ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງອັດຕະປື

Jan 29, 2025

ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງອັດຕະປື
ວັນທີ 29 ມັງກອນ 2025 ນີ້, ທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງອັດຕະປື. ມີ ສະຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ສະຫາຍ ພົຈວ ຄໍາໝັ້ນ ວັນນະວົງ ຄະນະພັກ, ຮອງປະທານ, ປະທານກວດກາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫາຍ ພົຈວ ກັນໄຍ ໄຊຍະສິດ ປະ ທານສະຫະ ພັນນັກຮົບເກົ່າແຂວງອັດຕະປື, ພ້ອມດ້ວຍບັນດາອົງການຈັດຕັ້ງມະຫາຊົນ, ບັນດາພະແນກການອ້ອມຂ້າງແຂວງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.
ໂອກາດດັ່ງກ່າວ ສະຫາຍ ພົຈວ ກັນໄຍ ໄຊຍະສິດ ໄດ້ກ່າວໄຂກອງປະຊຸມໃຫຍ່ຄັ້ງນີ້ ເຊິ່ງຈະໄດ້ດໍາເນີນເປັນເວລາ 1 ວັນ ບັນດາຜູ້ແທນທັງໝົດຈະໄດ້ຮັບຟັງ ບົດລາຍງານ ການເມືອງທັງສອງພາກ, ບົດສະຫຼຸບ, ແຜນພັດທະນານັກຮົບເກົ່າທັງສອງພາກ, ບົດສຳຫຼວດການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານສະຫະພັນນັກ ຮົບເກົ່າແຂວງໃນ 5 ປີ, ບົດລາຍງານແຜນພັດທະນານັກຮົບເກົ່າ 5 ປີ ແລະ ທິດທາງແຜນປີ (2025-2029), ຮັບຟັງບົດລາຍ ງານວຽກງານ 3 ດີ 6 ຮັກສາຂອງນັກຮົບເກົ່າ ພ້ອມນີ້ຍັງຈະໄດ້ຮັບຟັງ ການປະກອບຄໍາຄິດຄໍາເຫັນຈາກພາກສ່ວນຕ່າງໆ ພ້ອມທັງຈະໄດ້ຮັບຟັງການໂອ້ລົມຈາກການຈັດຕັ້ງຂັ້ນເທິງທີ່ໄດ້ໃຫ້ກຽດເຂົ້າມາຮ່ວມກອງປະຊຸມຄັ້ງນີ້, ພ້ອມນີ້ສະຫາຍຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ ແທນກອງປະຊຸມໃຫຍ່ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍປະຊາທິປະ ໄຕ ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າພິຈາລະນາ, ປະກອບຄໍາເຫັນ ແລະ ຮັບຮອງເອົາໄປຈັດຕັ້ງຜັນຂະຫຍາຍໃຫ້ບັນລຸຜົນສໍາ ເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້.
ກອງປະຊຸມຄັ້ງນີ້ຜູ້ແທນກອງປະຊຸມຍັງຈະໄດ້ໃຊ້ສິດໃນການເລືຶອກຕັ້ງຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງຊຸດໃໝ່ອີກດ້ວຍ.
Cr: ມະນີວອນ