ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເກີດໄຟໄໝ້ລາມປ່າຢູ່ 3 ຈຸດ​ພາຍໃນເຂດພູບາຈຽງ

Jan 29, 2025

ເກີດໄຟໄໝ້ລາມປ່າຢູ່ 3 ຈຸດ​ພາຍໃນເຂດພູບາຈຽງ
ວັນທີ​ 28​ -​ 29 ມັງກອນ​ 2025,​ ໄດ້ເກີດເຫດໄຟໃໝ້ລາມປ່າຢູ່ຂອບເຂດພູບາຈຽງ ໂດຍສະເພາະແມ່ນເຂດບ້ານຫ້ວຍຍາງ​ຄໍາ​, ນະຄອນປາກເຊ​ ແລະ​ ບ້ານຫົວແຊ ເມືອງບາຈຽງ​ຈະເລີນ​ສຸກ,​ ແຂວງຈໍາປາສັກ.
ວັນທີ 28 ມັງກອນ,​ ເກີດເຫດໄຟໄໝ້ໃນເວລາ 19:30 ໂມງ, ຮອດເວລາ 23:30 ໂມງ ຈິ່ງສາມາດດັບມອດຢູ່ຈຸດທີ 1 ບ້ານຫົວແຊໄດ້ສໍາເລັດ.​ ຕອນເຊົ້າວັນທີ 29 ມັງກອນ,​ ເວລາ​ 4 ໂມງ​ເຊົ້າ, ການນໍາແຂວງ​ ໄດ້ປະສານສົມທົບກັບພາກສ່ວນກ່ຽວ ຂ້ອງສືບຕໍ່ຂຶ້ນມອດໄຟຕາມແຜນທີ່ໄດ້ວາງໄວ້ ຈົນມາຮອດເວລາ 9:30 ໂມງ ຈິ່ງສາ ມາດມອດຈຸດທີ 2 ໄດ້ ຢູ່ຈຸດບ້ານຫ້ວຍຍາງຄໍາ.
ນອກຈາກນີ້,​ ຍັງມີໄຟໄໝ້ປ່າທີ່ເກີດຂຶ້ນໃໝ່​ ເຊິ່ງໄດ້ມອບໝາຍໃຫ້ກຳລັງທະຫານ 30​ ຄົນ​ ຂຶ້ນໄປ​ພູເບື້ອງຫຼັງ ເພື່ອຕິດຕາມມອດໄຟ.​
ສາເຫດໄຟໄໝ້ປ່າຄັ້ງນີ້ ຄາດວ່າອາດເກີດຈາກຄອບຄົວປະຊາຊົນທີ່ໄປທຳມາຫາກິນ ມີການດັງໄຟແຕ່ງຢູ່ກິນແລ້ວບໍ່ມອດໄຟ ຈິ່ງເປັນເຫດເຮັດໃຫ້ເກີດໄຟໄໝ້ລາມປ່າດັ່ງກ່າວ.​
ປັດຈຸບັນ ກະລັງສຸມໃສ່ສືບຕໍ່ຕິດຕາມ ແລະ​ ມອດຢູ່ຈຸດບ້ານຫົວແຊ ໂດຍນໍາໃຊ້ກຳລັງກອງຫຼອນ, ເຈົ້າໜ້າທີ່ ແລະ ນັກຮຽນທະຫານຮາບເລກ 2 ວຽງໄຊ ຄາດກະຈະສາມາດຄວບຄຸມໄຟໄດ້ທັງໝົດໃນບ່າຍວັນທີ 29 ມັງກອນ 2025.​
ຂ່າວ: ທູນທອງໃຈ​
ພາບ​: ຄະນະຕິດຕາມມອດໄຟໄໝ້ລາມປ່າ