ວັນທີ 29 ມັງກອນ 2025 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີປະກາດການນຳຂັ້ນສູງຂອງກະຊວງສາທາລະນະສຸກ ພັກການ -ຮັບອຸດໜູນບຳນານ.
ການນຳເຂົ້າຮັບອຸດໜູນມີ 2 ທ່ານ ຄື: ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ດຣ ບຸນຖົມ ຊາມຸນຕຣີ, ອະທິການບໍດີ ມະຫາວິທະຍາໄລ ວິ ທະຍາສາດສຸຂະພາບ,
ໃນໂອກາດດັ່ງກ່າວ, ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ມີຄຳເຫັນຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາການນຳທີ່ໄດ້ ພັກການ-ຮັບອຸດໜູນບຳນານ ທີ່ເຮັດສຳເລັດໜ້າທີ່ຢ່າງສຸດກົກສຸດປາຍ, ຕະຫຼອດໄລຍະຜ່ານມາທີ່ໄດ້ປະກອບສ່ວນອຸທິດທັງເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດທີ່ຖືກມອບໝາຍກາຍເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານລຸ້ນຫຼັງໄດ້ສືບຕໍ່ຖອດຖອນເອົາເປັນບົດຮຽນ.






