ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບເຂົ້າຊ່ວຍເຫຼືອ 3 ໂຕ໋ນ ໃຫ້ໂຮງຮຽນສຶກສາຄົນພິການ ນະຄອນຫຼວງວຽງຈັນ

Jan 29, 2025

ວັນທີ 29 ມັງກອນ 2025, ທີ່ໂຮງຮຽນສຶກສາຄົນພິການ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ທ່ານ ຄຳແກ້ວ ມະຫາໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດການສັງຄົມ ນະຄອນຫຼວງວຽງຈັນ ໄດ້ມອບເຂົ້າຊ່ວຍເຫຼືອເຊິ່ງເປັນເຂົ້າຄັງແຮສຸກເສີນ ອາຊຽນ+3 ຈຳນວນ 3 ໂຕ໋ນ ຈາກອົງການອາຫານໂລກປະຈຳ ສປປ ລາວ ໃຫ້ກັບໂຮງຮຽນສຶກສາຄົນພິການ ນະຄອນຫຼວງວຽງຈັນ. ຮັບໂດຍ ທ່ານ ນາງ ລີປາເຢຍ ບົວປ່າວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ນະຄອນຫຼວງວຽງຈັນ.
ທີ່ມາ: ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ