ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດຮັບຮອງເອົາ 4 ບ້ານຂອງເມືອງຮຸນ ເປັນບ້ານປ້ອງກັນຊາດເຂັ້ມແຂງ

Jan 30, 2025

ປະກາດຮັບຮອງເອົາ 4 ບ້ານຂອງເມືອງຮຸນ ເປັນບ້ານປ້ອງກັນຊາດເຂັ້ມແຂງ
ກອງບັນຊາການທະຫານເມືອງຮຸນ, ແຂວງອຸດົມໄຊ ຈັດພິທີປະກາດຮັບຮອງເອົາ 4 ບ້ານ ຄື: ບ້ານພູທອງ,ບ້ານຈອງນັງ, ບ້ານຜາຍຳ ແລະ ບ້ານແຈ້ງ ເປັນບ້ານປ້ອງກັນຊາດເຂັ້ມແຂງ ໃນວັນທີ 28 ມັງກອນ 2025, ທີ່ບ້ານແຈ້ງ, ໂດຍການເປັນປະທານຂອງສະຫາຍ ພັນໂທ ສົມພອນ ແສນອາລິນ, ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງອຸດົມໄຊ.
ໃນພິທີ ສະຫາຍ ພັນໂທ ເປັນຄຳ ສຸດທິວົງ ຫົວໜ້າພະແນກການເມືອງກອງບັນ ຊາການທະຫານເມືອງຮຸນໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດປະເມີນຜົນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າເປັນຕົ້ນແມ່ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ໂດຍສະເພາະຄະນະພັກອົງການປົກຄອງບ້ານ ໄດ້ນໍາເອົາມະຕິຄຳສັ່ງຕ່າງໆຂອງພັກ-ລັດມາຈັດຕັ້ງເຜີຍແຜ່ໃຫ້ປະຊາຊົນຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ກົດໝາຍຂອງລັດ ແລະ ເອກະ ສານອື່ນໆ ເພື່ອໃຫ້ເຂົ້າເຈົ້າຮັບຮູ້ເຊື່ອມຊຶ່ມຢ່າງທົ່ວເຖິງ ເຮັດໃຫ້ປະຊາຊົນມີຄວາມຕື່ນຕົວເປັນເຈົ້າການປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຢ່າງຕັ້ງໜ້າ ພ້ອມກັນເຮັດໜ້າທີ່ຕິດຕາມສະພາບການເຄື່ອນ ໄຫວຂອງກຸ່ມຄົນບໍ່ດີໃນຂອບເຂດຮັບຜິດຊອບຂອງບ້ານຢ່າງເຂັ້ມງວດ ແລະ ອື່ນໆ.
ຜ່ານການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຕາມ 6 ມາດ ຖານຂອງການສ້າງຄອບຄົວ ແລະ 6 ມາດຖານໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງ ເຫັນວ່າໄດ້ 407 ຄອບຄົວ ເທົ່າກັບ 100%. ຈາກນັ້ນໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການຢັ້ງຢືນ ແລະ ຮັບຮອງເອົາບ້ານ ພູທອງ, ບ້ານຈອມນັງ, ບ້ານ ຜາຄຳ ແລະ ບ້ານ ແຈ້ງ ເປັນບ້ານປ້ອງກັນຊາດເຂັ້ມແຂງ ບ້ານທີ 06, ທີ 07, ທີ 08 ແລະ ທີ 09 ຂອງເມືອງຮຸນ ແລະ ເປັນບ້ານທີ 42, ທີ 43, ທີ 44 ແລະ ທີ 45 ຂອງແຂວງອຸດົມໄຊ, ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານເມືອງຮຸນ ວ່າດ້ວຍການມອບໃບຍັ້ງຢືນຄອບຄົວປ້ອງກັນຊາດເຂັ້ມແຂງ ບ້ານພູທອງ, ບ້ານຈອມນັງ, ບ້ານຜາຄຳ, ບ້ານ ແຈ້ງ ເມືອງຮຸນ ແຂວງ ອຸດົມໄຊ ຈຳນວນ 407 ຄອບຄົວ.
Cr: ສົມພູນ ປກຊ